News

ຂົນຫນາວຈົນລຸກ..! ຄໍາເວົ້າປູກໃຈຂອງທີມງານຄູຝຶກລາວ ໃຫ້ກັບນັກເຕະທີມ ຊາດ ກ່ອນລົງວັດຄົມຊະນະ

ຂົນຫນາວຈົນລຸກ..! ຄໍາເວົ້າປູກໃຈຂອງທີມງານຄູຝຶກລາວ ໃຫ້ກັບນັກເຕະທີມ ຊາດ ກ່ອນລົງວັດຄົມຊະນະ ທີມຊາດມາເລເຊຍ

ຄໍາເວົ້າປຸກໃຈຂອງທີມງານຄູຝຶກທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ກ່ອນລົງແຂ່ງຂັນກັບ ທີມຊາດມາເລເຊຍ ໃນລາຍການແຂ່ງຂັນ ບານເຕະຊິງແຊ້ມ ອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ.

ໂດຍທີມຊາດລາວ ລົງສະຫນາມວັດຄົມກັບທີມຊາດມາເລເຊຍ ໃນເວລາ 16:00 ຂອງມື້ນີ້ (18 ກຸມພາ 2022) ທີ່ປະເທດສະຫນາມກິລາ Prince _Stadium ປະເທດກໍາປູເຈຍ ແລະ ທີມຊາດລາວ ເອົາຊະນະ ທີມຊາດມາເລເຊຍໄປ 2-1

  • ທີມຊາດລາວ ໄດ້ປະຕູຈາກ: ບຸນພະຈັນ ບຸນກອງ ນາທີ 56, ເພັດດາວັນ ສົມສະນິດ ນາທີ 79
  • ທີມຊາດມາເລເຊຍ ໄດ້ປະຕູຈາກ: SELVAN ANDUALAGAN 45+1

ສໍາລັບການແຂ່ງຂັນນັດທີ 2 ຈະມີຂຶ້ນ ວັນທີ 21/02/2022 ເວລາ 19:00 ທີມຊາດມາເລເຊຍ ພົບ ທີມຊາດລາວ ແຂ່ງຂັນຢູ່ທີ່ສະຫນາມ Morodok Techo National Stadium, ປະເທດກໍາປູເຈຍ.

ໂດຍທີມງານຄູຝຶກລາວໄດ້ເວົ້າປຸກໃຈກັບນັກເຕະໃນທີມວ່າ:

“ເຮົາຊ້ອມນໍາກັນມາ 4 ອາທິດ ຫຼື ວ່າ 1 ເດືອນເຕັມໆແລ້ວມື້ນີ້ເຮັດໃຫ້ມັນໄດ້
ຊາວລາວເຮົາ ຖ້າຟັງຂ່າວດີຢູ່ ເພື່ອເປັນກຽດ ແລະ ສັກສີຂອງຊາດ”.

ຂໍ້ມູນ ຈາກ laos360

Related Articles

Leave a Reply

Your email address will not be published. Required fields are marked *

Back to top button