ຖີ້ມເມຍແລະລູກຍ້ອນເມຍໃໝ່ລວຍກວ່າ

ຈາກຜູ່ໃຊ້ເຟສບຸກຄົນໜື່ງໄດ້ບອກວ່າ “ຂ້ອຍມີຜົວເປັນຄົນ ຊຳເຫນືອ ຫົວພັນ ມີລູກນຳກັນ ຂ້ອຍເມືອຢາມບ້ານ ແລ້ວຜົວຫາເລື່ອງວ່າຂ້ອຍໜີປະເຂົາ ແລ້ວຜົວກໍ່ໄປເອົາເມຍໃໝ່ຢູ່

ສະຫວັນນະເຂດ ເຮືອນທີ່ສ້າງນຳກັນຜົວກໍ່ລັກຂາຍ ເອົາໄປແຕ່ງເມຍໃໝ່ປະໃຫ້ຂ້ອຍລ້ຽງລູກຜູ່ດຽວ ໃບຢ່າຮ້າງກໍ່ຍັງບໍ່ທັນຈີກ ຜູ້ຊາຍເຄີຍເປັນພໍ່ຮ້າງປະເມຍມາແລ້ວສອງຄົນ

ຍັງມາຕົວະຂ້ອຍວ່າເປັນຜູ້ບ່າວ ຄົນຜູ້ນີ້ມັກຕົວະຜູ້ອື່ນເອົາເມຍບໍ່ໄດ້ແຕ່ງພໍມີລູກແລ້ວກໍ່ປະ ເມຍໃໝ່ເລົາຂ້ອຍເຄີຍຂໍໃຫ້ເຂົາຢ່ານຳຜົວຂ້ອຍເຂົາກໍ່ບໍ່ຟັງ ຂ້ອຍຈົນຖ່າຍຮູບວ່າຂ້ອຍຖືພາລູກເຂົາຢູ່ ຜູ້ຍິງຄົນນີ້ເຂົາຍັງຊິເອົາໃຫ້ໄດ້ ດຽວນີ້ເຂົາກໍ່ຢູ່ນຳກັນແລ້ວ ແຕ່ໃບຢ່າຮ້າງບໍ່ທັນໄດ້ຈີກນຳຂ້ອຍ

ດຽວນີ້ຂ້ອຍກໍ່ລ້ຽງລູກຜູ່ດຽວ ພໍ່ມັນບໍ່ຄິດຊິໂທມາຫລືຖາມຂ່າວລູກມັນເລີຍ ເງີນຄຳແຮງໃກວ່າຊິຝາກໃຫ້ລູກ ເຂົາປະຂ້ອຍກັບລູກຍ້ອນວ່າຜູ້ຍິງຄົນນັ້ນເປັນລູກສາວດຽວ ແລະກໍ່ລວຍແນ່ ຜູ້ຊາຍຄົນນີ້ເລີຍຖິ້ມລູກເມຍໄປຫາຄົນທີ່ເຂົາມີກວ່າຂ້ອຍ ຊ່ວຍແນ່ດຽວນີ້ຂ້ອຍກໍ່ລ້ຽງຜູ່ດຽວບໍ່ມີໃຜຢາກເປັນແມ່ຮ້າງດອກເອົາຜົວແລ້ວ ລູກກໍ່ຍັງນ້ອຍພໍ່ກໍ່ບໍ່ມີ ຜູ່ຍິງເຂົາກໍ່ຮູ້ໃດຂ້ອຍເຄີຍບອກເຂົາຫລາຍເທື່ອເຂົາກໍ່ບໍ່ຟັງວ່າ ຄົນທີ່ລົມຢູ່ນັ້ນແມ່ນຜົວຂ້ອຍໃດຍັງບໍ່ທັນປະຮ້າງກັນ

ຂ້ອຍຂໍໃຫ້ຜູ່ຍິງຄົນນີ້ເລີກວົນນຳຜົວຂ້ອຍ ຂ້ອຍກໍ່ມີລູກນຳເຂົາແລ້ວຈົນຖ່າຍຮູບທ້ອງໃຫ້ເບີ່ງ.

ຂ້ອຍຖືພາເຂົາກໍ່ຍັງບໍ່ເຫັນໃຈຜູ່ຍິງຄືກັນຍັງເຮັດກັນໄດ້ລົງຄໍ ຂ້ອຍລະຍອມໃຈນຳ ຜູ່ຍິງຄົນນັ້ນກໍ່ຊ່ຳຂ້າຂ້ອຍທັງເປັນ ບໍ່ເຫັນຫົວເອີກຂອງຄົນຖືພາເລີຍວ່າຄວາມຮູ້ສຶກມັນຊິເປັນແນວໃດທີ່ຮູ້ວ່າລູກໂຕເອງຊິບໍ່ມີພໍ່ ຄືຄຳເພີ່ນວ່າເອົາຜົວຜິດຄິດຈົນຕາຍກໍ່ຄືຂ້ອຍເປັນດຽວນີ້ ຂ້ອຍເຂົ້າໃຈຄວາມໝາຍມັນກໍ່ຄິດລະເຮົາລ້ຽງລູກຜູ່ດຽວເດ

ສາທຸຊ່ວຍແນ່ເດີຖືວ່າທຳບຸນທຳທານນຳຂ້ອຍ ແຕ່ຜົວເຮົາເວົ້າໃຫ້ເຮົາເສຍຫາຍໃດ ມັນວ່າເຮົາບໍ່ມີປັນຍາຫາຜົວ ທີ່ເຮົາຍັງວົນນຳເຂົາຢູ່ ວ່າເຮົາບໍ່ມີຄົນເອົາວ່າເຮົາຂີ້ລ້າຍກໍ່ແນວເຂົາເບື່ອເຮົາແລ້ວເດ ຕື່ມກໍ່ມີລູກແລ້ວອິຫຍັງຊິໄປງາມຄືຍັງເປັນສາວ ແຕ່ໄດ້ຍິນຜົວເຮົາເວົ້າວ່າເມຍໃໝ່ຫັ້ນຖານະດີລວຍແນ່ ເປັນລູກສາວດຽວ

ເຮືອນຫຼັງໃຫຍ່ ດິນກໍ່ຫລາຍ ມີແຕ່ແມ່ ພໍ່ຫັ້ນບໍ່ມີ ເຂົາເຫັນຜົນປະໂຫຍດເຂົາຈັງຖິ້ມເຮົາ ເຫັນເຂົາລົມກັນໜ້ອຍດຽວກໍ່ວ່າເອົາກັນແລ້ວ ຈັກວ່າເປັນນຳຫຍັງກໍ່ບໍ່ຮູ້ ຂະໜາດລູກນີ້ມັນຍັງບໍ່ສົນຊິເປັນຊິຕາຍກະຢ່າ ເຮົາກໍ່ຄຽດແຄ້ນໄປຢູ່ນຳຜົວຕັ້ງສອງປີ ເຮັດເຮືອນຢູ່ບ້ານເຂົາແລ້ວ ມີລູກແລ້ວແຕ່ຍັງບໍ່ໄດ້ແຕ່ງງານ ມີແຕ່ບົດບັນທຶກຕອນທີ່ເອົາກັນ ແຕ່ບໍ່ໄດ້ເງີນຈັກກີບເຮົາເສຍທັງເຫື່ອແຮງ ເວລາ ເສຍໂຕ ເຮັດເຮືອນຢູ່ບ້ານເຂົາ ເຂົາກໍ່ໄດ້

ເຮົາບໍ່ໄດ້ຫຍັງ ໄດ້ແຕ່ລູກ ທາງພໍ່ໆມັນໜີປະເອົາເມຍໃໝ່”, ເດືອນກຸມພາ 2022

Related Posts

Leave a Reply

Your email address will not be published. Required fields are marked *