ລົດໄຟຂະບວນທໍາມະດາ ທີ່ບັນຈຸຜູ້ໂດຍສານໄດ້ຖ້ຽວລະ 1.000 ກວ່າຄົນ ກຽມເປີດໃຫ້ບໍລິການແລ້ວ

ລົດໄຟຂະບວນທໍາມະດາ ທີ່ບັນຈຸຜູ້ໂດຍສານໄດ້ຖ້ຽວລະ 1.000 ກວ່າຄົນ ກຽມເປີດໃຫ້ບໍລິການແລ້ວ

ທ່ານວົງທອງ ສຸພັນທອງ ຮອງວິສະວະກອນເອກ ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ໃຫ້ສໍາພາດຕໍ່ສື່ມວນຊົນ ຕອນເຊົ້າວັນທີ 18 ກຸມພາ 2022

ເຖິງສະພາບການໃຫ້ບໍລິການຜູ້ໂດຍສານ ພາຍຫລັງເປີດໃຫ້ບໍລິການມາໄດ້ສອງເດືອນກວ່າ ໂດຍເບື້ອງຕົ້ນໄດ້ໃຫ້ບໍລິການພຽງ 6 ສະຖານີ ຄື: ສະຖານີນະຄອນຫລວງວຽງຈັນ, ໂພນໂຮງ, ວັງວຽງ, ຫລວງພະບາງ, ອຸດົມໄຊ

ແລະສະຖານີບໍ່ເຕັນ ແຂວງຫລວງນໍ້າທາ ເຊິ່ງມີມີຜູ້ໂດຍສານໃຊ້ບໍລິການຈໍານວນຫລວງຫລາຍ, ຮອດວັນທີ 6 ກຸມພາ ໄດ້ເພີ່ມສະຖານີນາເຕີຍໃຫ້ບໍລິການອີກເປັນ 7ສະຖານີ, ແຕ່ກໍມີຫາງສຽງກ່ຽວກັບການຊື້ປີ້ລົດໄຟ ເຊັ່ນ:

ມາລໍຖ້າດົນ, ບາງຄົນມາຊື້ປີ້ບໍ່ທັນ, ປີ້ໝົດກ່ອນ ແລະບັນຫາອື່ນໆທີ່ປະກົດຢູ່ຕາມສື່ສັງຄົມອອນລາຍ, ຕໍ່ບັນຫານີ້ ທ່ານວົງທອງ ສຸພັນທອງ ໃຫ້ຮູ້ວ່າ: ພວກເຮົາເຫັນໄດ້ຄວາມຫຍຸ້ງຍາກຂອງປະຊາຊົນ ແລະໃຫ້ຄວາມສໍາຄັນຕໍ່ຜູ້ໂດຍສານ ໂດຍໄດ້ປຶກສາຫາລືກັບວິຊາການຜູ້ເຮັດໜ້າທີ່ໂດຍກົງ ແລະໄດ້ກໍານົດຮູບແບບການບໍລິການໃຫ້ດີຂຶ້ນກວ່າເກົ່າ ລວມທັງການຊື້ປີ້ທາງອອນລາຍ, ແຕ່ປະຈບັນນີ້ທາງບໍລິສັດທາງລົດໄຟລາວ-ຈີນ

ກໍມີມາດຕະການຫລາຍດ້ານເປັນຕົ້ນ: ກໍານົດໃຫ້ມີບໍລິການຂາຍປີ້ເພີ່ມຢູ່ສູນການຄ້າວຽງຈັນເຊັນເຕີ ເຊິ່ງປະຈຸບັນພວມປັບປຸງສະຖານທີ່ຍັງບໍ່ທັນສໍາເລັດ ແລະຄາດວ່າຈະສາມາດໃຫ້ບໍລິການໃນໄວໆນີ້. ຂະນະດຽວກັນໃນວັນທີ 18 ກຸມພານີ້ ລົດໄຟຂະບວນທໍາມະດາ ທີ່ສາມາດບັນຈຸຜູ້ໂດຍສານໄດ້ ຖ້ຽວລະ 1.000ກວ່າຄົນ

ກໍມາເຖິງນະຄອນຫລວງວງຈັນ ແລະຄາດວ່າ ຈະໃຫ້ບໍລິການໄດ້ໃນຕົ້ນເດືອນ ມິນາ 2022ນີ້, ຄາດວ່າບັນຫາທີ່ເກີດຂຶ້ນຈະຖືກແກ້ໄຂໄປພ້ອມກັນ.

ທ່ານວົງທອງ ສຸພັນທອງ ໃຫ້ຮູ້ອີກວ່າ: ຫາກພວກເຮົາສາມາດໃຫ້ບໍລິການລົດໄຟຂະບວນທໍາມະດາໄດ້ແລ້ວ ການຊື້ປີ້ອາດບໍ່ມີບັນອີກຕໍ່ໄປ ທັງລາຄາປີ້ກໍຖືກລົງກວ່າເກົ່າ, ຜູ້ໂດຍສານທີ່ຕ້ອງການເດິນທາງ ກໍສາມາດໄປສະຖານີ ຊື້ປີ້ແລ້ວກໍອອກເດີນທາງໄດ້ເລີຍ

ທັງສາມາດເອົາສິ່ງຂອງຕິດຕົວໄປນໍາໄດ້ຫລາຍຂຶ້ນ ເຊິ່ງປະຈຸບັນພວມກຽມຈະເປີດໃຫ້ບໍລິການສະຖານີກາສີ ແລະສະຖານີເມືອງງາ ຕື່ມອີກ ເຊິ່ງຂະບວນລົດໄຟຈະແວ່ຈອດທຸກສະຖານີ ແຕ່ນະຄອນຫລວງວຽງຈັນ ເຖິງສະຖານີບໍ່ເຕັນ.

ທີ່ມາ: LNR

Related Posts

Leave a Reply

Your email address will not be published. Required fields are marked *