1 ໄລ້1 ແຊ ວອນສັງຄົມຊ່ວຍເຫຼືອນັກຮົບຊຸດຂາວ ເປັນອາສາມາໄດ້4ປີແລ້ວ ຕອນນີ້ປ່ວຍໜັກ

#ຂໍຄວາມຊ່ວຍເຫືຼອຈາກຫມູ່ເພື່ອນສາວFacebookທັງຫລາຍທີ່ເປັນເພື່ອນມະນຸດດ້ວຍກັນທີ່ມີນ້ຳຈິດນ້ຳໃຈສັດທາສະບາຍດີຂ້າພະເຈົ້່າເປັນຫມູ່ #ຊື່ທ້າວແສງພອນ ສອນພະສິດ ( ຮັກ ) ອາຍຸໄດ້ 26 ປັດຈຸບັນຢູ່ບ້ານນາໄຊ ເມືອງສຳພັນແຂວງຜົ້ງສາລີຜູ້ກ້ຽວເປັນແພດອາສາສະໝັກປະຈຳຢູ່ໂຮງໝໍຊຸມຊົນເມືອງສຳພັນ ເປັນອາສາມາໄດ້4ປີແລ້ວ..

ທີ່ຜ່ານມາ,ເພີນກະໃຊ້ຊີວິດແບບຄົນປົກກະຕິທົ່ວໆໄປ, ຄືທຸກຄົນຮູ້ກັນຢູ່ໃນໄລຍະ2020ຫາປະຈຸບັນນີ້ກໍເປັນໄລຍະທີ່ລະບາດຂອງພະຍາໂຄວິດ19 ສະນັ້ນ ເພີນກໍໄດ້ຮັບໂອກາດຈາກຄະນະນຳຫ້ອງການແຕ່ງຕັ້ງໃຫ້ເພີນໄປເປັນສ່ວນຫນື່ງໃນການຮັບມືກັບພະຍາດດັ່ງກາວ ໄປປະຈຳຢູ່ສະ່ຫນາມເຂດຄົນເຂົ້າ-ອອກເມືອງ, ຢູ່ສູນກັກກັນ ແລະ ສູນປີ່ນປົວໂຄວິດ .ຈົນຮອດວັນທີທີ 5/1/2022 ຜູ້ກ້ຽວໄດ້ຕິດໂຄວິດ ພ້ອມກັບເຈັບທ້ອງບໍລີເວນໄສບືແຕ່ເຈັບເຫຼັກນ້ອຍ ຢາກໄປກວດຕອນນັ້ນເລີຍ ແຕ່ເພີນກະຕິດໂຄວິດເລີຍບໍໄດ້ໄປ ແລະ ອາການດັ່ງກາວກໍໄດ້ຫລາຍມື້ໄປຈົນຮອດວັນທີ່18/1/2022 .

ຜູ້ກ້ຽວໄດ້ຫາຍດີຈາກການຕິດໂຄວິດແລ້ວກັບມາກັກຕົວເອງຢູ່ບ້ານຫນື່ງອາທິດ ມາຮອດວັນທີ24/1/2022ເພີນໄດ້ໄປເຂົ້າການປົກກະຕິ ແລ້ວກັບມາຮູ້ສືກເຈັບທ້ອງອີກເລີຍໃຫ້ຫມູ່ເອໂກທ້ອງເບີງແລ້ວ #ພົບວ່າມີກ້ອນຢູ່ໃນທ້ອງ)

ເພີນກໍໄດ້ເເນະນຳໄປຫາໂຮງຫມໍທີ່ມີເງື່ອນໄຂຮັກສາ ເພີນກະເລີຍໄດ້ມາປືກສານຳພໍ່ແມ່ແລ້ວລົງມາໂຮງຫມໍແຂວງອຸດົມໄຊ ກວດປະມານທິດຫນື່ງ ແລ້ວທ່ານ ໝໍໄດ້ສົ່ງເຮັດສີທີ( CT ) ສະແກນພົບວ່າມີ #ກ້ອນຢູ່ໃນຕອມນ້ຳເຫືຼອງຢູ່ທ້ອງແນະນຳໃຫ້ຜ່າ ແລ້ວ ເພີນກໍໄດ້ມາປືກສານຳພໍ່ແມ່ແລະອ້າຍ ອີກເທື່ອ1 ອ້າຍເພີນກໍເລີຍແນະນຳໃຫ້ລົງມາກວດເພີມຢູ່ໂຮງຫມໍ 103 ນະຄອນຫລວງວຽງຈັນ.

ເພີນກະເລີຍລົງມາກວດຄືນທີ່ໂຮງຫມໍ103ທຸກຢ່າງ ທີ່ຜູ້ກ້ຽວເປັນມາ ກວດໄດ້ປະມານຫນື່ງອາທິດແລ້ວທ່ານຫມໍສະຫລຸບຜົນວ່າ :ເພີ່ນມີ (ກ້ອນເບົ້າຕອມນ້ຳເຫລືອງທ້ອງໃກ້ກັບກະດູກສັນຫັຼງແລ້ວຕິດກັບເສັ້ນເລືອດ) ເຊີ່ງເສັ້ນປະສາດຫລາຍບໍ່ສາມາດຜ່າໄດ້ ມີແຕ່ທາງດຽວຄືເຈາະເອົາສີ້ນເນື້ອໄປກວດ ແລະ ປີ່ນປົວໄວເທົ່າທີຈະໄວໄດ້ ແລະ ບໍ່ຢາກໃຫ້ກາຍເດືອນນີ້  ເຊີ່ງໃນການກວດຫາກເປັນເນື້ອຮ້າຍ ການປີ່ນປົວແມ່ນຄ່ອນຂ້າງສູງ

ຕະຫລອດໄລຜ່ານມາຜູ້ກ້ຽວເອງກະບໍ່ເຄີຍຄິດເຄີຍຝັນວ່າຊີມາຮອດຈຸດໆນີ້ໄດ້ ຄິດມັນເປັນຄືຝັນຮ້າຍຫລືເປັນພຽງຈິນຕະນາການເອົາບໍຫລືແບບໃດບໍເຊື່ອໃນສາຍຕາຕົວເອງເລີຍ ໃຈກໍເລີມບໍຢູ່ໃນເນື້ອໃນຕົວແລ້ວ ຈັງວອນຂໍນຳຜູ້ໃຈບຸນແລະກຳລັງແຮງໃຈກັບທຸກຄົນຊ່ວຍກົດໄລກົດແຊ່ຮໃຫ້ຜູ້ໃຈບຸນທັງຫລາຍໄດ້ຊ່ວນກັນ

.ແລະຖ້າຫາກຫມູ່ເພືອນພໍ່ແມ່ພີນ້ອງຄົນໃດມີນ້ຳຈິດນ້ຳໃຈສັດທາຢາກເປັນສວນຫນື່ງໃນການຊ່ວຍເຫືຼອປີ່ນປົວຜູ້ກ້ຽວໃນຄັ້ງນີ້ເພື່ອໃຫ້ກັບມາສູ່ພາວະປົກກະຕິ ເພື່ອທີ່ຈະສາມາດມາຮັບໃຊ້ພໍ່ແມ່ປະຊາຊົນຕາດຳໆ ທີ່ຢູ່ເຂດຊົນນະບົດຫາງໄກຊອກຫລິກຄື່ທີ່ຜ່ານມາ ກໍສາມາດຊ່ວຍໄດ້ແລ້ວແຕ່ໃຈສັດທາເພື່ອໃຫ້ຜູ້ກ້ຽວໄດຮັບການປິນປົ່ວໄວໆນີ້.

,ຊອງທາງການຊ່ວຍເຫລື່ອຜູ້ກ້ຽວເລກບັນຊີທະນາຄານການຄ້າ182120001668959001

SENGPHONE SONEPHASID MR#ຫລືຜ່ານQRກໍໄດ້ໃນຮູບເປັນຂອງເພີນເອງ.

_____________________________________ສຸດທ້າຍນີ້ຂ້າພະເຈົ້າຂໍຂອບໃຈທຸກຄົນທີ່ໄດ້ອ່ານແລະໄດ້ສ່ວນຮວມນຳໄດ້ຊ່ວຍເຫລື່ອແບ່ງປັນນ້ຳຈິດນ້ຳໃຈໃຫ້ຜູ້ກ້ຽວໃນຄັ້ງນີ້ ຂໍໃຫ້ທຸກຄົນຈົ່ງມີແຕ່ຄວາມສຸກ ສຸກກາຍສຸກໃຈມີແຕ່ຄວາມຮັ່ງມີຈະເລີນກ້າວຫນ້າ ແລະປະສົບຜົນສຳເລັດຮອບດ້ານສາທຸໆ.

ແຫລ່ງທີ່ມາ: Thone Vsl.

Related Posts

Leave a Reply

Your email address will not be published. Required fields are marked *