ເຜີຍສາເຫດ! ອຸບັດເຫດລົດຕຳປ້ອມຫຼັກ 6 ຍ້ອນແລ່ນໄວເກີນກໍານົດ ແລ້ວເສຍຫຼັກເວລາ 00:05 ໂມງ ວັນທີ 16 ກຸມພາ 2022, ຢູ່ໄຟອໍານາດ 4 ແຍກຫໍປະຊຸມແຫ່ງຊາດ ຖະໜົນໄກສອນ ພົມວິຫານ ນວ ເກີດອຸບັດຕິເຫດ ລົດເກັງສີເທົາ ບໍ່ຕິດປ້າຍທະບຽນ ແລ່ນດ້ວຍຄວາມໄວເສຍຫຼັກ ຕໍາກັບປ້ອມຕໍາຫຼວດ ຈະລາຈອນ ນວ, ເຮັດໃຫ້ຜູ້ຂັບຂີ່ ໄດ້ຮັບບາດເຈັບສົມຄວນ.

ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນວ ໃຫ້ຮູ້ວ່າ: ພາຍຫຼັັງໄດ້ຮັບແຈ້ງ ມີອຸບັດຕິເຫດ ລົດເກັງຕໍາກັບປ້ອມຕໍາຫຼວດ ຈະລາຈອນ ນວ ຢູ່ຈຸດໄຟອໍານາດຫໍປະຊຸມແຫ່ງຊາດ ຈຶ່ງໄດ້ລົງກວດກາຊັນນະສູດ ວັດແທກ ເກັບກໍາຂໍ້ມູນ ສະຖານທີ່ເກີດເຫດ ຊາບຊື່ຜູ້ຂັບຂີ່ລົດ ຊື່ ທ້າວ ຈັນທະຄານ ອາຍຸ 28 ປີ ກໍາມະກອນ ຢູ່ບ້ານທາດຫຼວງໃຕ້ ເມືອງໄຊເສດຖາ ນວ ຂັບຂີ່ລົດມຸ່ງໜ້າມາແຕ່ເຂດ ບ້ານພະຂາວ -ໂຮງແຮມໂກສໂມ້ ຫາໄຟອໍານາດໂພນພະເນົາ ຂີ່ລົດມາດ້ວຍຄວາມໄວ.

ພໍຮອດຈຸດເກີດເຫດ ໄດ້ເສຍຫຼັກຕໍາກັບປ້ອມຕໍາຫຼວດຈະລາຈອນ ນວ ເຮັດໃຫ້ຜູ້ຂັບຂີ່ ໄດ້ຮັບບາດເຈັບສົມຄວນ ແລະ ຖືກນໍາສົ່ງປິ່ນປົວ ຢູ່ໂຮງໝໍມິດຕະພາບ 150 ຕຽງ; ສ່ວນປ້ອມຕໍາຫຼວດຈະລາຈອນ ແລະ ພາຫະນະຂອງຜູ້ຂັບຂີ່ ເປ່ເພເສຍຫາຍຫຼາຍສົມຄວນ. ປັດຈຸບັນ ຍັງຢູ່ຂັ້ນຕອນໃນການເກັບກໍາຂໍ້ມູນຫຼັກຖານຂອງ ພະແນກຕໍາຫຼວດ ຈະລາຈອນ ນວ.

ກອງບັນຊາການ ປກສ ນວ ຮຽກຮ້ອງຜູ້ຂັບຂີ່ ສັນຈອນໄປ-ມາ ຕາມທ້ອງຖະໜົນ ຈົ່ງເອົາໃຈໃສ່ປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ, ມີສະຕິໃນການຂັບຂີ່, ບໍ່ຄວນຂັບຂີ່ລົດດ້ວຍຄວາມປະໝາດ, ບໍ່ແລ່ນລົດໄວເກີນກໍານົດ, ບໍ່ລ່ວງໄຟອໍານາດ, ບໍ່ດື່ມສິ່ງມຶນເມົາແລ້ວຂັບຂີ່ພາຫະນະ ເພາະຈະເປັນສາເຫດ ທີ່ພາໃຫ້ເກີດອຸບັດຕິເຫດ.

(ຄລິບ)