ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຊີ້ນໍາຂອງທ່ານນາຍົກລັດຖະມົນຕີ ມາ ຍັງທ່ານ ຊາບດັ່ງນີ້:
ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີເຫັນດີໃຫ້ແຂວງໄຊຍະບູລີຈັດບຸນຊ້າງ“ເຫັນດີອະນຸມັດໃຫ້ອົງການປົກຄອງແຂວງໄຊຍະບູລີ ຈັດງານກິດຈະກໍາບຸນຊ້າງ ປະຈໍາປີ 2022 ກໍານົດເວລາ 1 ວັນ (20 ກຸມພາ 2022) ໃນຮູບແບບພິທີບາສີສູ່ຂວັນຊ້າງ ຕາມການສະເຫນີ.
ພ້ອມນີ້, ໃຫ້ເອົາໃຈ ໃສ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ທີ່ຄະນະສະເພາະກິດ ຂັ້ນສູນກາງວາງອອກ ຢ່າງເຂັ້ມງວດ”
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.
ໃບແຈ້ງການ

