ພໍ່ແມ່ຮ້ອງໄຫ້ໃຈສິຂາດ ລູກອາຍຸ 2 ປີ ຈົມສະລອຍນໍ້າເສຍຊີວິດ.

ເຊື່ອວ່າບໍ່ມີໃຜຢາກໃຫ້ເກີດເລື່ອງແບບນີ້ຂຶ້ນຢ່າງແນ່ນອນ ແຕ່ກໍຕ້ອງບໍ່ປະໝາດຈົນເກີນໄປ ດັ່ງກັບເຫດການທີ່ເກີດຂຶ້ນໃນວັນທີ 14 ກຸມພາທີ່ຜ່ານມາ ໜ່ວຍກູ້ໄພຢູ່ທີ່ພັດທະຍາ ປະເທດໄທ ໄດ້ຮັບແຈ້ງເຫດວ່າ ມີເດັກນ້ອຍອາຍຸ 2 ປີ ຈົມນໍ້າເສຍຊີວິດໃນສະລອຍນໍ້າ.
ພາຍໃນບ້ານພັກເຊົ່າແຫ່ງໜຶ່ງ ເມື່ອໄປຮອດຈຸດເກີດເຫດກໍເຫັນພໍ່ແມ່ອຸ້ມຮ່າງລູກຊາຍອອກມາຂໍຄວາມຊ່ວຍເຫຼືອເຈົ້າໜ້າທີ່ໃຫ້ການຊ່ວຍເຫຼືອດ້ວຍການປໍ້າຫົວໃຈ ແຕ່ກໍບໍ່ສາມາດຊ່ວຍຊີວິດໄວ້ໄດ້ທັນ ເຊິ່ງພໍ່ ແລະ ແມ່ຂອງເດັກນ້ອຍທີ່ເສຍຊີວິດກໍຮ້ອງໄຫ້ໂສກເສົ້າໃຈສິຂາດຢູ່ຂ້າງໆ.ສອບຖາມເບື້ອງຕົ້ນໃຫ້ຮູ້ວ່າ ຜູ້ເປັນພໍ່ເຮັດອາຊີບຊ່າງ.

ຖ່າຍຮູບ ໄດ້ພາລູກ ແລະ ເມຍມາຖ່າຍຮູບຢູ່ທີ່ບ້ານພັກດັ່ງກ່າວ ໂດຍເຫດເກີດຂຶ້ນໃນຂະນະທີ່ພໍ່ ແລະ ແມ່ ຢູ່ທີ່ຊັ້ນເທິງຂອງບ້ານ ກໍາລັງຖ່າຍຮູບ ແລະ ປ່ອຍໃຫ້ລູກຫຼິ້ນນໍ້າຢູ່ທີ່ຊັ້ນລຸ່ມ.

ໃນວັນທີ 16 ກຸມພາ ທີ່ຜ່ານມາ ກໍເປັນວັນເກີດຂອງນ້ອງວີໂອ (ເດັກນ້ອຍທີ່ຈົມນໍ້າເສຍຊີວິດ) ເຊິ່ງພໍ່ແມ່ຂອງນ້ອງໄດ້ຈັດວັນເກີດ ແລະ ເປົ່າເຄັກໃຫ້ລູກຊາຍໃນມື້ງານສົບເຊິ່ງໄດ້ຈັດຂຶ້ນຢູ່ທີ່ວັດ.