ປາຂ່າ ຫລື ໂລມານ້ຳຈືດ ໂຕສຸດທ້າຍທີ່ອາໃສຢູ່ຕາມລຳແມ່ນ້ຳຂອງ .
ຊາຍແດນ ລາວ ແລະ ກຳປູເຈຍ ໄດ້ເສຍຊີວິດແລ້ວ, ຈາກການລາຍງານບອກວ່າ ເປັນຜົນມາຈາກການຕິດຢູ່ໃນຕາໜ່າງຫາປາ.
ເຈົ້າໜ້າທີ່ກົມອະນຸລັກການປະມົງຂອງກຳປູເຈຍໃຫ້ຮູ້ວ່າ: ປາໂລມາຖືກພົບວ່າຕາຍໃນວັນອັງຄານວານທີ່ຜ່ານມາ ຢູ່ແຄມຝັ່ງແມ່ນ້ຳຂອງແຂວງ ສະຕຶງເຕຣງ ໃກ້ກັບຊາຍແດນລາວ.
ທ່ານ Srey Sam Vichet ຫົວໜ້າອົງການການປະມົງແຂວງ ກ່າວຕໍ່ສື່ມວນຊົນກຳປູເຈຍໃນວັນອັງຄານວານທີ່ຜ່ານມານີ້ ວ່າ ໂລມາ ໂຕນີ້ໄດ້ຖືກພົບເຫັນຕາຍຢູ່ໃກ້ຝັ່ງໃກ້ກັບບ່ອນທີ່ມັນເຄີຍຢູ່.
ມັນໄດ້ລົ້ມປ່ວຍ ແລະ ອາດຕາຍຍ້ອນວ່າມັນໄດ້ຮັບບາດເຈັບຈາກການຕິດໃນຕາຫນ່າງຫາປາ.
ຊົມຄລີບ.
ທີ່ມາ
phnompenhpost.com/national/last-his-kind-irrawaddy-dolphin-chheuteal-dead