ເມື່ອບໍ່ນານມານີ້ເທິງໂລກອອນລາຍຂອງອິນໂດເນເຊຍມີການເຜີຍແຜ່ວິດີໂອຂອງຜູ້ຍິງຄົນໜຶ່ງ ຢືນເບິ່ງເຮືອນທີ່ລາວສ້າງຂຶ້ນມາພັງທະລາຍລົງຕໍ່ໜ້າຕໍ່ຕາ ໂດຍທີ່ບໍ່ມີແວວຕາຮູ້ສຶກເສົ້າ ຫຼື ເສຍດາຍຈັກໜ້ອຍເລີຍ ກ່ອນໜ້ານີ້ ຊູດາມີ ໄດ້ແຕ່ງງານກັບ ປູວັນໂຕ ມີລູກດ້ວຍກັນສອງຄົນ ທັງຄູ່ໄດ້ເຮັດວຽກໃນກຸງຈາກາຕາ ແລະ ພະຍາຍາມສ້າງທຸລະກິດໄຂ່ເຄັມຈົນປະສົບຄວາມສຳເລັດ ຜົນຈາກຄວາມພະຍາຍາມເຮັດໃຫ້ທັງຄູ່ຕັດສິນໃຈສ້າງເຮືອນມູນຄ່າ 300 ລ້ານຣູເປຍ ໄວ້ທີ່ຈັງຫວັດຊວາຕາເວັນອອກ ໃກ້ໆ ເຮືອນພໍ່ແມ່ຂອງປູວັນໂຕ.

ແຕ່ວ່າເມື່ອສອງປີກ່ອນ ປູວັນໂຕໄດ້ແອບລັກລອບໄປມີຄວາມສຳພັນກັບຍິງຄົນອື່ນ ແຖມເຂົາຍັງພາຜູ້ຍິງຄົນນັ້ນເຂົ້າມາໃນເຮືອນຫຼາຍຄັ້ງໃນຂະນະທີ່ລາວ ແລະ ລູກໆບໍ່ຢູ່ເຮືອນ ເຖິງວ່າລາວຈະຕັກເຕືອນເຂົາໄປຫຼາຍຄັ້ງແຕ່ກໍ່ບໍ່ມີຫຍັງດີຂຶ້ນ ຫຼັງຈາກບັນຫາບັນຫາຢືດເຍື້ອມາຢ່າງຍາວນານ ໃນທີ່ສຸດທັງຄູ່ກໍ່ຕັດສິນໃຈຍ່າຂາດຈາກກັນ ຈາກນັ້ນບໍ່ດົນ ຊູດາມີ ກໍ່ໄດ້ຍິນຂ່າວວ່າ ປູວັນໂຕ ກຳລັງຈະແຕ່ງງານໃໝ່ ລາວທັງໂກດແຄ້ນ ແລະ ເຈັບໃຈ ຈຶ່ງຮີບສັ່ງໃຫ້ມີການຮື້ເຮືອນຫຼັງດັ່ງກ່າວທັນທີ

ເຮົາເລີກກັນເພາະບຸກຄົນທີ່ສາມ ຂ້ອຍຄວນເຮັດຫຍັງກັບເຮືອນຫຼັງນີ້ດີ? ແຖມເຮືອນຫຼັງນີ້ສ່ວນໃຫຍ່ກໍ່ໄດ້ມາຈາກນ້ຳພັກນ້ຳແຮງຂອງຂ້ອຍທັງນັ້ນ ກ່ອນໜ້ານີ້ ຄົນຮອບຂ້າງຕ່າງພະຍາຍາມຊ່ວຍໄກ່ເກ່ຍເພື່ອປ້ອງກັນບໍ່ໃຫ້ເຮືອນຖືກທຳລາຍ ແຕ່ມັນກໍ່ບໍ່ເປັນຜົນ ເຮືອນໄດ້ຖືກຮື້ຖອນໄປໃນຊ່ວງບ່າຍຂອງວັນທີ່ 2 ກຸມພາທີ່ຜ່ານມາ ໜ້າຕ່າງ ປະຕູ ຖືກຖອດອອກໄປໝົດ ຕອນນີ້ເຫຼືອພຽງກຳແພງວ່າງເປົ່າ.
ຂ້ອຍບໍ່ຕ້ອງການໃຫ້ເຮືອນທີ່ສ້າງມາດ້ວຍຄວາມຍາກລຳບາກ ຖືກສາມີເກົ່ານຳໄປໃຊ້ກັບຍິງຄົນອື່່ນ ແລະ ຂ້ອຍບໍ່ຕ້ອງການໃຫ້ເຮືອນຫຼັງນີ້ຖືກຂາຍ ນຳເງິນມາແບ່ງໃຫ້ໃຜ ເພາະຂ້ອຍຫາໄດ້ຫຼາຍກ່ວານີ້.
