News

ມີປັນຍາຊື້ລົດໃຫຍ່ມາຂັບແຕ່ໄປລັກງົວຊາວບ້ານ ກາງເວັນແສດໆ.

ມີປັນຍາຊື້ລົດໃຫຍ່ມາຂັບແຕ່ໄປລັກງົວຊາວບ້ານ ກາງເວັນແສດໆ.

ເຈົ້າຂອງງົວຂໍທານນ້ຳໃຈ ຊາວເຟສບຸກໃຜເຫັນງົວ ແລະຄົນລັກງົວແມ່ຂາວໂຕນີ້ຊ່ວຍແຈ້ງເບາະແສ ຈະບໍ່ຈ່າຍທຳມະດາແຕ່ໃຫ້ໃຈພ້ອມ 10 ລ້ານກີບຖ້ວນໆ, ຄວາມຈີງຄືຢາກມອບຄົນລັກໃຫ້ກັບເຈົ້າໜ້າທີ່ຊ່ວຍເອົາໄປສຶກສາດັດສ້າງ ຢ່າມາລັກຂອງຊາວບ້ານແບບນີ້ອີກ.

ເລື່ອງຕໍ່ໄປນີ້ ເປັນທັງຂໍຄວາມຊ່ວຍເຫຼືອ ແລະ ອຸທາຫອນ ຜູ້ເສຍຫາຍໂພສລົງເຟສບຸກ ໃນຕອນເຊົ້າຂອງວັນທີ 13 ກຸມພາ 2022 ວ່າ ໄດ້ມີໂຈນເຂົ້າມາລັກເອົາງົວຂອງຕົນທີ່ລ່າມເຊືອກໄວ້ ແລ້ວໂຈນມາຈູງງົວໄປຂຶ້ນລົດຂີ່ເມືອແບບໜ້າຕາປເສີຍເຮັດປານເປັນງົວທີ່ໂຕເອງເປັນຄົນລ້ຽງໃຫຍ່ກັບມື.

ດັ່ງນັ້ນຈຶ່ງຢາກຂໍຄວາມຊ່ວຍເຫຼືອຈາກສັງຄົມ ຜູ້ໃດເຫັນຜູ້ໃດຮູ້ ຜູ້ໃດເຫັນເບາະແສແມ່ນເຈົ້າຂອງງົວເພິ່ນມີຄ່າຕອບແທນໃຫ້ ຈຳນວນ 10ລ້ານກີບ ຜູ້ໃດເຫັນເບາະແສ ຫຼື ເຫັນລົດແບບໃນຮູບ ຫຼຶໄດ້ເບາະແສ ໂທ 98222929 ເປັນຫູເປັນຕານຳກັນແນ່ເດີສັງຄົມ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button