ກົດໝາຍເຮັດແທ້…Live ສົດປະຈານ ຜົວ ແລະ ເມຍນ້ອຍຮ່ວມຮັກກັນມີໂທດຕິດຄຸກ 5ປີ ປັບໃໝ 30ລ້ານ

ນ. ຈິບ (ນາມສົມມຸດ) ແຕ່ງງານຢ່າງຖືກຕ້ອງຕາມກົດໝາຍກັບ ທ. ບີ້ (ນາມສົມມຸດ) ເປັນເວລາ 5 ປີແລ້ວ. ຈິບ ຮູ້ວ່າຜົວຂອງຕົນເອງນອກໃຈຕົນເອງຢູ່ຕະຫຼອດ ແລະ ລັກມີຄວາມສຳພັນແບບຊູ້ສາວກັບ ນ. ນ້ອຍ (ນາມສົມມຸດ) ໃນໄລຍະເວລາ 1 ປີແລ້ວ. ຜ່ານມາ ຈິບ ແລະ ນ້ອຍ ກໍໄດ້ປະທະອາລົມກັນຕະຫຼອດມາ ຊຶ່ງ ນ້ອຍ ເອງກໍຢືນຢັນວ່າ ຈະບໍ່ຢຸດເຊົາສາຍສຳພັນຂອງຕົນກັບ ບີ້ ເດັດຂາດ. ນ້ອຍ ອ້າງວ່າ ຕົນເອງກໍເປັນເມຍອີກຄົນໜຶ່ງຂອງ ບີ້ ແລະ ກໍມີສິດໃນຊັບສົມບັດທຸກຢ່າງຂອງ ບີ້ ເຊັ່ນກັນ.

ໃນອາທິດຜ່ານມາ ບີ້ ບໍ່ກັບເຮືອນ ໝົດອາທິດ ແລະ ຈິບ ກໍຮູ້ວ່າຜົວຂອງຕົນຢູ່ນຳ ນ້ອຍ. ຈິບ ຈຶ່ງຕັດສິນໃຈໄປນຳຜົວຕົນເອງກັບໝູ່ອີກ 3 ຄົນ ຢູ່ຫ້ອງເຊົ່າຂອງ ນ້ອຍ. ເມື່ອໄປຮອດຫ້ອງເຊົ່າຂອງນ້ອຍ ຍ້ອນຄວາມໃຈຮ້າຍ ຈິບ ຈຶ່ງຕັດສິນໃຈຈະ Live ສົດ ປະຈານ ນ້ອຍຢູ່ Facebook. ບັງເອີນໃນຂະນະນັ້ນ ບີ້ ແລະ ນ້ອຍ ກໍກຳລັງຮ່ວມຮັກກັນຢູ່. ເມື່ອ ຈິບ ເລີ່ມ Live ສົດ ແລະ ເປີດປະຕູເຂົ້າໄປກໍເຫັນທຸກຢ່າງ ແລະ ໃນຄລິບ Live ສົດ ກໍຖ່າຍໄດ້ທຸກເຫດການທີ່ເກີດຂຶ້ນ.

ຫຼັງຈາກເກີດເລື່ອງດັ່ງກ່າວ ນ້ອຍ ກໍໄດ້ຂົ່ມຂູ່ ຈິບ ວ່າ ຖ້າຈິບບໍ່ຢ່າຮ້າງກັບ ບີ້ ຕົນຈະໃຊ້ຫຼັກຖານຄລິບປະຈານທີ່ ຈິບ ໄດ້ຖ່າຍໄວ້ຮ້ອງຟ້ອງທາງອາຍາກັບ ຈິບ. ໃນທາງກົດໝາຍ ຈິບຢາກຮູ້ວ່າ ຕົນເອງຈະມີຄວາມຜິດ ຫຼື ບໍ່? ແລະ ນ້ອຍ ມີຄວາມຜິດຫຍັງບໍ່?

ການກະທຳຜິດຕໍ່ສາຍພົວພັນຜົວເມຍ ມີໂທດທາງອາຍາເອີ້ນວ່າ “ການທຳມິດສະຈານ”. ອີງຕາມມາດຕາ 247 ຂອງປະມວນກົດໝາຍອາຍາ 2017 ກຳນົດໄວ້ວ່າ: ບຸກຄົນໃດທີ່ມີ ຜົວ ຫຼື ເມຍ ຫາກໄດ້ເສບສົມກັບຜູ້ອື່ນ ຈະຕ້ອງຖືກລົງໂທດຕັດອິດສະລະພາບຕັ້ງແຕ່ 3 ເດືອນເຖິງ 1 ປີ ພ້ອມທັງຖືກປັບໃໝ ແຕ່ 1.000.000 ກີບ ຫາ 10.000.000 ກີບ. ພ້ອມກັນນັ້ນ ມາດຕາດັ່ງກ່າວຍັງກຳນົດຕື່ມອີກວ່າ ຄູ່ທຳມິດສະຈານ (ຜູ້ເປັນຊູ້) ກໍຈະຖືກລົງໂທດສະຖານດຽວກັນນຳ. ໃນກໍລະນີນີ້ ມີຄວາມຊັດເຈນວ່າ ບີ້ ແລະ ນ້ອຍ ໄດ້ກະທຳຜິດໃນຂໍ້ຫາ ການທຳມິດສະຈານ ດັ່ງນັ້ນ ທັງສອງຄົນຕ້ອງຮັບໂທດທາງອາຍາ.

ໃນສ່ວນຂອງ ຈິບ, ຄຳຖາມສຳຄັນກໍຄື ການ Live ສົດ ປະຈານເມຍນ້ອຍ ຜິດກົດໝາຍບໍ່? ຕອບ: ຜິດແນ່ນອນ, ການປະຈານບຸກຄົນອື່ນຢູ່ Facebook ອາດມີໂທດທາງອາຍາ. ອີງຕາມກົດໝາຍວ່າດ້ວຍການຕ້ານ ແລະ ການສະກັດກັນອາຊະຍາກຳທາງລະບົບຄອມພິວເຕີ ມາດຕາ 13 ກຳນົດໄວ້ວ່າ: ການນຳເອົາຂໍ້ມູນທີ່ມີລັກສະນະໃສ່ຮ້າຍປ້າຍສີ, ໝິ່ນປະໝາດ, ໃຊ້ຄຳສັບບໍ່ສຸພາບເຂົ້າສູ່ລະບົບຄອມພິວເຕີຈະຖືວ່າເປັນການສ້າງຄວາມເສຍຫາຍທາງສັງຄົມອອນລາຍ. ຖ້າຫາກວ່າພິສູດຕໍ່ໜ້າສານແລ້ວວ່າມີຄວາມຜິດຈິງ, ຈິບ ອາດຈະຖືກຕັດສິນລົງໂທດຕັດອິດສະລະພາບແຕ່ 3 ເດືອນ ຫາ 3 ປີ ແລະ ຈະຖືກປັບໃໝແຕ່ 4.000.000 ກີບ ຫາ 20.000.000 ກີບ.

ໜັກໄປກວ່ານັ້ນ, ຄລິບ Live ສົດ ທີ່ ຈິບ ຖ່າຍມີລັກສະນະລາມົກອານາຈານ ຊຶ່ງມາດຕາ 169 ຂອງປະມວນກົດໝາຍອາຍາ 2017 ກຳນົດໄວ້ວ່າ: ການເຜີຍແຜ່ພາບເຄື່ອນໄຫວ, ຮູບ, ສຽງ ແລະ ວິດີໂອ ກ່ຽວກັບພຶດຕິກຳທາງເພດຄົນອື່ນ ຜ່ານລະບົບຄອມຜິດເຕີ ຈະມີຄວາມຜິດທາງອາຍາ ຈະຖຶກລົງໂທດຕັດອິດສະລະພາບແຕ່ 1 ປີ ຫາ 5 ປີ ປັບໃໝແຕ່ 5.000.000 ກີບ ຫາ 30.000.000 ກີບ. ໃນກໍລະນີນີ້ ມີຄວາມເປັນໄປໄດ້ສູງວ່າ ຈິບ ໄດ້ກະທຳຜິດກົດໝາຍ.

ສະຫຼຸບແລ້ວ ທຸກຄົນໃນກໍລະນີນີ້ແມ່ນອາດກະທຳຜິດທັງໝົດ. ບີ້ ແລະ ນ້ອຍ ກະທຳຜິດຂໍ້ຫາກະທຳມິດສະຈານ. ຈິບ ອາດກະທຳຜິດຂໍ້ຫາ ປະຈານຄົນອື່ນ ແລະ ເຜີຍແຜ່ສິ່ງລາມົກຜ່ານລະບົບຄອມພິວເຕີ.

Phomsoupha & Son Law

Related Posts

Leave a Reply

Your email address will not be published. Required fields are marked *