ອຸບັດຕິເຫດລົດໃຫຍ່ເສຍຫລັກປີ້ນເອງ

#ອຸບັດຕິເຫດລົດໃຫຍ່ເສຍຫລັກປີ້ນເອງ
#ຜູ້ບາດເຈັບ 3ຄົນ, ເສຍຊີວິດຄ່າທີ +1 ຄົນ.

ໃນວັນທີ 12.2.2022, ເວລາ12:15ນາທີ ໜວ່ຍກູ້ຊີບອົງການກາແດງແຂວງວຽງຈັນ ໄດ້ຮັບແຈ້ງເຫດຜ່ານເບີ 023 1625ວ່າມີລົດໃຫຍ່ປີ້ນເອງ ຢູ່ທີ່ບ້ານປາກກະຍຸງ(ຄຸ້ມໂນນແຕ້) ເມືອງວຽງຄຳ ແຂວງວຽງຈັນ.

ເມື່ອໜ່ວຍກູ້ຊີບໄປຮອດສະຖານທີ່ພົບເຫັນຄົນ ເຈັບທັງຫມົດ 4 ຄົນ,ເປັນເພດຍິງ2ຄົນ* ອາການເບື້ອງຕົ້ນ:

-ຜູ້ທີ1 : ເພດຊາຍ, ມີບາດແຜເປີດຢູ່ຫນ້າພາກ

-ຜູ້ທີ2: ເພດຍິງ,ບ່າໄຫຼ່ເບື້ອງຂວາຫັກປິດ

-ຜູທີ3: ເພດຊາຍ, ມີບາດແຜຖະຫລອກຕາມຕົນໂຕ

-ຜູ້ທີ4:ເພດຍິງ , ຊີບຈອນຢຸດເຕັ້ນ,ບໍ່ຫາຍໃຈ

ດັ່ງນັ້ນ ຈີງທຳການ CPR ແຕ່ຄົນເຈັບບໍ່ຕອບສະຫນອງໃດໃດ(ເສຍຊິວິດຄາທີ່) ,ດັ່ງນັ້ນຈີ່ງໄດ້ຫໍ່ -ມ້ຽນສົບກັບບ້ານໃຫ້ພີ່ນ້ອງເຮັດພິທີທາງສາດສະຫນາ( ຢູ່ທີວັດດອນແດງ ນະຄອນຫລວງວຽງຈັນ )

#ສ່ວນຜູ້ທີ່ໄດ້ຮັບບາດເຈັບແມ່ນໄດ້ນຳສົ່ງໄປທີ່ໂຮງຫມໍແຂວງວຽງຈັນ.

Related Posts

Leave a Reply

Your email address will not be published. Required fields are marked *