ຈະເລັ່ງແກ້ໄຂ ບັນຫາລົດຂົນສົ່ງ​ສິນຄ້າ​ ຢູ່ດ່ານສາກົນບໍ່ເຕ່ນ

ໃນໂອກາດລາຍງານຕໍ່ ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ທີ່ເຄື່ອນໄຫວໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫລວງນໍ້າທາ ໃນລະຫວ່າງວັນທີ 7-8 ກຸມພາ 2022.

ທ່ານ ຄໍາໄຫລ ສີປະເສີດ, ເຈົ້າແຂວງຫລວງນໍ້າທາ ໃຫ້ຮູ້ວ່າ: ຈາກສະພາບການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ ສປ ຈີນ ເພີ່ມມາດຕະການປ້ອງກັນພະຍາດດັ່ງກ່າວຢ່າງເຂັ້ມງວດ

ເຊີ່ງມີຜົນຕໍ່ລົດຂົນສົ່ງສິນຄ້າເຂົ້າ-ອອກຜ່ານດ່ານສາກົນບໍ່ເຕ່ນ ເພາະສາມາດເຂົ້າ-ອອກໄດ້ໃນຈໍານວນທີ່ຈໍາກັດ ປະມານ 150-200 ຄັນ/ມື້, ເຮັດໃຫ້ມີລົດຕົກຄ້າງ ແອອັດຢູ່ໜ້າດ່ານເປັນຈໍານວນຫຼວງຫຼາຍ ແລະ ເຮັດໃຫ້ການສັນຈອນໄປ-ມາມີຄວາມຫຍຸ້ງຍາກ.

ທ່ານໃຫ້ຮູ້ຕື່ມວ່າ: ໃນໄລຍະຜ່ານມາ ແຂວງຫລວງນໍ້າທາ ໄດ້ແຕ່ງຕັ້ງຄະນະປະສານງານຂັ້ນແຂວງໂດຍມອບໃຫ້ຮອງເຈົ້າແຂວງ, ຫົວໜ້າຄະນະສະເພາະກິດຂັ້ນແຂວງ ເປັນຫົວໜ້າ ເພື່ອປະສານງານກັບຄະນະສະເພາະກິດ ເມືອງຫຼ້າ, ສປ ຈີນ, ຜ່ານການປຶກສາຫາລື ແລະ ແກ້ໄຂຮ່ວມກັນຫຼາຍຄັ້ງ ຈິ່ງສາມາດແກ້ໄຂໄດ້ໃນລະດັບໃດໜຶ່ງ, ແຕ່ທຸກມື້ນີ້ສະພາບລົດຂົນສົ່ງສິນຄ້າ ທີ່ຈະເຂົ້າໄປ ສປ ຈີນ ແລະ ຈໍານວນຄົນຈີນທີ່ຈະກັບຄືນປະເທດ ຍັງຕົກຄ້າງຢູ່ເຂດບໍ່ເຕ່ນຈໍານວນຫຼວງຫຼາຍ.

ຕໍ່ບັນຫາລົດຂົນສົ່ງສິນຄ້າແອອັດຢູ່ດ່ານສາກົນບໍ່ເຕ່ນນີ້, ທ່ານ ທອງລຸນ ສີສຸລິດ ໄດ້ໃຫ້ທິດຊີ້ນໍາຈໍານວນໜຶ່ງແກ່ອົງການປົກຄອງແຂວງ ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນ, ພ້ອມນີ້ ທ່ານຢືນຢັນວ່າ:

ທ່ານເອງຈະປຶກສາຫາລືກັບນາຍົກລັດ ຖະມົນຕີ ເພື່ອຊອກຫາວິທີແກ້ໄຂບັນຫາດັ່ງກ່າວ ທັງໃນໄລຍະສະເພາະໜ້າ ແລະ ຍາວນານ ໂດຍຈະສຸມໃສ່ແກ້ໄຂບັນ ຫາໃຫ້ຕົກໄປເທື່ອລະດ້ານ ແລະ ຈະບໍ່ປ່ອຍປະໃຫ້ສະຖານະການທີ່ເກີດຂຶ້ນແບບນີ້ແກ່ຍາວເກີນໄປ ເພາະມັນສ້າງຄວາມຫຍຸ້ງຍາກໃຫ້ແກ່ການຜະລິດເພື່ອສົ່ງອອກ

ເນື່ອງຈາກດ່ານສາກົນບໍ່ເຕ່ນ ເປັນດ່ານຈຸດສຸມ ແລະ ເປັນດ່ານສາກົນທີ່ສໍາຄັນໃນການຂົນສົ່ງສິນຄ້າເຂົ້າ-ອອກຂອງລາວ.FM 90 ລາຍງານ

Related Posts

Leave a Reply

Your email address will not be published. Required fields are marked *