ສັດຕູພືດ ເປັນບັນຫາກວນໃຈສຳລັບຊາວສວນ ແລະ ເປັນໂຕທຳລາຍພືດ ເປັນໃຫ້ພືດທີ່ລົງແຮງປູກບໍ່ງອກງາມ ແລະ ຈະເລີນເຕີບໂຕບໍ່ເຕັມທີ.

ເມື່ອປູກຮັບປະທານເອງ ຫຼາຍຄົນກໍ່ຈະກັງວົນບໍ່ຢາກໃຊ້ຢາປາບສັດຕູພືດທີ່ວາງຂາຍຕາມທ້ອງຕະຫຼາດ.

ບັນຍຫາເຫຼົ່ານີ້ ຈະໝົດໄປແນ່ນອນ ເພາະມື້ນີ້ ແອັດມິນ ມີສູດເດັດໆ ກຳຈັດແມງໄມ້ ດ້ວຍນໍ້າຂີ່ເຖົ່າ ສາມາດໄລ່ສັດຕູພືດໄດ້ເກືອບທຸກຊະນິດກັນເລີຍ.ອຸປະກອນ ແລະ ເຄື່ອງປະສົມທີ່ຕ້ອງກຽມ.

ນໍ້າສະອາດ 3 ລິດ; ຂີ້ເຖົ່າ 1 ຖ້ວຍ; ຕຸກພລາສຕິກ; ພາຊະນະສຳລັບປະສົມ; ໄມ້ສຳລັບຄົນສ່ວນປະສົມ ແລະ ຜ້າແຫຍງ ສຳລັບໄວ້ຕອງ.ຂັ້ນຕອນການເຮັດ:

ໃຫ້ນຳເອົາຂີ້ເຖົ່າໃສ່ໃນພາຊະນະສຳລັບປະສົມ ຖອກນໍ້າສະອາດລົງໄປ ແລ້ວຄົນສ່ວນປະສົມໃຫ້ເຂົ້າກັນ. ເມື່ອຄົນໄປໄດ້ໄລຍະໜຶ່ງ ສັງເກດເຫັນວ່າມີເສດໄມ້ຈາກຂີ້ເຖົ່າທີ່ບໍ່ລະລາຍໃນນໍ້າ ລອຍຂຶ້ນມາ ໃຫ້ຕັກອອກໝົດ.

ຫຼັງຈາກນັ້ນ, ປະໄວ້ 1 ຄືນ ເພື່ອໃຫ້ຂີ້ເຖົ່າຕົກຕະກອນເປັນນໍ້າໃສໆ. ເມື່ອຄົບຮອບ 1 ຄືນ ຂະເຫັນວ່ານໍ້າຂີ້ເຖົ່າໃສຂຶ້ນ.ຈາກນັ້ນ, ນຳໄປຕອງເອົານໍ້າຂີ້ເຖົ່າ.

ໂດຍການໃຊ້ຜ້າແຫຍງມາຕອງ ປ້ອງກັນບໍ່ໃຫ້ເສດຂີ້ເຖົ່າທີ່ຍັງຫຼົງເຫຼືອຢູ່ ບໍ່ໃຫ້ຕົກລົງໄປນຳນໍ້າທີ່ເອົາຕອງໄວ້. ເມື່ອຕອງສຳເລັດແລ້ວ ໃຫ້ນຳໄປຮ່າຍໃສ່ຕຸກພລາສຕິກ ທີ່ກຽມໄວ້ ເພື່ອເກັບມ້ຽນໄວ້ໃຊ້.

ວິທີໃຊ້ ໃຫ້ນຳເອົານໍ້າຂີ້ເຖົ່າທີ່ຕອງໄວ້ຕຸກພລາສຕິກ ມາປະສົມກັບນໍ້າສະອາດ 10 ລິດ ແລ້ວນຳໄປສີດພົ່ນໃສ່ທຸກສ່ວນຂອງພືດ ໄດ້ຕາມຕ້ອງການ ເຊິ່ງໄລະຍການສີດພົ່ນປະມານ 5-7 ວັນ/ຄັ້ງ.
