ຢູ 23 ລາວ ອອກເດີນທາງໄປປະເທດກໍາປູເຈຍ ກຽມລົງແຂ່ງຂັນບານເຕະຊີງແຊັມອາຊຽນ.

ຢູ 23 ລາວ ອອກເດີນທາງໄປປະເທດກໍາປູເຈຍ ກຽມລົງແຂ່ງຂັນບານເຕະຊີງແຊັມອາຊຽນ

ພາຍຫຼັງອຸ່ນເຄື່ອງຊະນະ ແຂວງສາລະວັນ 2-0 ແລະ ຊະນະ ຈໍາປາສັກ ເອັຟຊີ 2-1 ທີ່ສະໜາມບານເຕະແຂວງຈໍາປາສັກ ຫຼ້າສຸດຕອນເຊົ້າ ວັນສຸກ 11 ກຸມພາ 2022 ທີ່ສະຫນາມບິນສາກົນ ຈຳປາສັກ, ຄະນະນຳ, ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ໄດ້ອອກເດີນທາງໄປທີ່ປະເທດກຳປູເຈຍ.

ຫແນ່ນອນການອອກເດີນທາງຄັ້ງນີ້ຂອງ ຢູ 23 ລາວ ແມ່ນເພື່ອເຂົ້າຮ່ວມການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ປະຈຳປີ 2022 ຈະຈັດຂຶ້ນທີ່ປະເທດກຳປູເຈຍ ໃນລະຫວ່າງວັນທີ 14-26 ກຸມພາ 2022 ທີມຊາດລາວ ແມ່ນຢູ່ ກຸ່ມ ບີ ເຊິ່ງປະກອບມີ: ອິນໂດເນເຊຍ, ມາເລເຊຍ, ມຽນມາ ແລະ ລາວ. ໂດຍນັດທໍາອິດ ຢູ 23 ລາວ ຈະລົງແຂ່ງວັນທີ 15/02/2022 ເວລາ 19:00 ທີມຊາດລາວ ພົບ ທີມຊາດອິນໂດເນເຊຍ, ສ່ວນນັດທີ 2 ແຂ່ງຂັນ ວັນທີ 18/02/2022 ເວລາ 16:00 ທີມຊາດລາວ ພົບ ທີມຊາດມາເລເຊຍ ແລະ ນັດທີ 3 ວັນທີ 21/02/2022 ເວລາ 19:00 ທີມຊາດລາວ ພົບ ທີມຊາດມຽນມາ.

ທຸກໆນັດ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ແມ່ນຈະແຂ່ງຂັນຢູ່ທີ່ສະຫນາມ Prince Stadium, ຖ່າຍທອດສົດທາງຊ່ອງ Btv ປະເທດກຳປູເຈຍ. ເບິ່ງຕາຕະລາງແຂ່ງຂັນເພີ່ມຕື່ມໄດ້ທີ່ວີດີໂອລຸ່ມນີ້:

Related Posts

Leave a Reply

Your email address will not be published. Required fields are marked *