ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ: ກ່ຽວກັບ ການຜັນຂະຫຍາຍມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂອງລັດຖະບານ ໃນໄລຍະໃໝ່ ຢູ່ນະຄອນຫຼວງວຽງຈັນ.

ແມ່ນຈະຍັງໄດ້ໃຫ້ສືບຕໍ່ ປິດ ຮ້ານບັນເທິງ ແລະ ຮ້ານຄາລາໂອເກະ (ຖ້າຮ້ານໃດລະເມີດ ແມ່ນໃຫ້ລົບລ້າງໃບອະນຸ ຍາດດຳເນີນທຸລະກິດ ແລະ ປັບໃໝ), ຜ່ອນຜັນ ໄລຍະເວລາໃນການຈໍາກັດບໍລິເວນ ຕໍ່ແຕ່ລະເປົ້າໝາຍຜູ້ທີ່ເດີນທາງເຂົ້າ ສປປ ລາວ ຜ່ານ ນະຄອນຫຼວງວຽງຈັນ ແມ່ນໃຫ້ປະຕິບັດຕາມ ຂໍ້ 1.1, 1.2, 1.3, 1.4 ແລະ 1.5 ຂອງແຈ້ງການຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 130/ຫສນຍ, ລົງວັນທີ 03 ກຸມພາ 2022.

ສໍາລັບຄົນຕ່າງປະເທດ ທີ່ອາໄສຢູ່ ນະຄອນຫຼວງວຽງຈັນ ລວມທັງຜູ້ທີ່ເດີນທາງເຂົ້າມາ ແມ່ນຕ້ອງໄດ້ໃຊ້ບໍລິການ “ລາວ ສູ້ໆ” ເພື່ອໃຊ້ເປັນບັດຢັ້ງຢືນການສັກວັກຊີນ ແລະ ຢືນຢັນສະຖານະຄວາມສ່ຽງຂອງຕົນ ໃນເວລາເຄື່ອນເຂົ້າສະຖານທີ່ຕ່າງໆ.

ອະນຸຍາດໃຫ້ເປີດກິລາ ໃນຮົ່ມ ແລະ ກາງແຈ້ງ ທຸກປະເພດ (ແຕ່ຕ້ອງມີການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ຢ່າງເຂັ້ມງວດ), ອະນຸຍາດໃຫ້ແກ່ການບໍລິການລົດໂດຍສານ, ຜູ້ໂດຍສານ, ຜູ້ທີ່ເດີນທາງດ້ວຍພາຫະນະປະເພດເດີນທາງໄປ-ມາ ໄດ້ຢ່າງເປັນປົກກະຕິ ແລະ ສຳລັບການກະກຽມເປີດດ່ານປະເພນີ-ດ່ານທ້ອງຖິ່ນ ຍັງຕ້ອງໄດ້ຄົ້ນຄວ້າ ແລະ ພິຈາລະນາຕື່ມອີກ.

…
