ນຳ້ມັນຂຶ້ນ ເດືອດຮ້ອນໃຜແດ່? ແມ່ຄ້າຂາຍຜັກ ຈະວ່າແນວໃດກັບຄຳຖາມນີ້:
ມື້ນີ້ ທາເກັດໄດ້ມີໂອກາດ ໂອ້ລົມສົນທະນາ ກັບແມ່ຄ້າຂາຍຜັກ, ນາງສັ້ນ ພົງສາ ອາຍຸ ສາມສິບປາຍປີ, ຂາຍຜັກ ຢູ່ຕະຫຼາດມືດທົ່ງຂັນຄຳ ໃນຕອນທ່ຽງ ວັນທີ 11 ກຸມພາ 2022 ດັ່ງນີ້:
ນາງສັ້ນກ່າວວ່າ: ຖ້ານຳ້ມັນຂຶ້ນ ສິ່ງທີ່ຈະຂຶ້ນຕາມມາທຳອິດແມ່ນ ອັດຕາແລກປ່ຽນເງິນ ບາດໄທ, ແລະ ສິນຄ້າຫຼາຍໆຢ່າງທີ່ຂ້າມຟາກມາກໍ່ຈະປັບໂຕຂຶ້ນທຸກໂຕກໍ່ວ່າໄດ້. ເພາະສ່ວນຫຼາຍສິນຄ້າທີ່ເອົາມາຂາຍແມ່ນເປັນເຄຶ່ອງຂ້າມຟາກ ທີ່ລາຄາເຄື່ອງແມ່ນຂຶ້ນຕາມລາຄາເລດເງິນ (ອັດຕາແລກປ່ຽນເງິນ ກີບບາດ ປ່ຽນແປງງ່າຍ).
ສ່ວນການຄ້າຂາຍສະໄໝນີ້ແມ່ນຖືວ່າ ບໍ່ໄດ້ຂາຍ, ແລະ ຖ້າທຽບໃສ່ສອງສາມປີກ່ອນ ແມ່ນຕົກຫຼາຍເທົ່າໂຕ. ສາມປີກ່ອນມີກຳໄລສ່ວນຕ່າງ ສອງຫາສາມລ້ານກີບ ຕໍ່ວັນ, ແຕ່ມາຕອນນີ້ ກຳໄລບາງມື້ບໍ່ຮອດແສນສອງແສນຊຳ້.
ລາຄາສິນຄ້າທີ່ຮັບມາ ປັບໂຕຂຶ້ນແບບວ່າເທື່ອລະ ສິບຊາວພັນກີບ, ບໍ່ມີລະທີ່ຈະມາປັບຂຶ້ນເທຶ່ອລະພັນສອງພັນຄືແຕ່ກ່ອນ, ຢາກຮຽກຮ້ອງໃຫ້ ພາກສ່ວນທີ່ກ່ຽວຂ້ອງ ຊ່ວຍແກ້ໄຂບັນຫາເງິນກີບຕົກຕຳ່, ເພາະລາຄາສິນຄ້າທຸກສິ່ງທຸກຢ່າງແມ່ນຂຶ້ນກັບອັດຕາແລກປ່ຽນ.
ສາເຫດທີ່ເຮັດໃຫ້ການຄ້າຂາຍລຳບາກ ແມ່ນຍ້ອນ ບັນດາໂຮງແຮມ ແລະຮ້ານອາຫານປິດໂຕ, ເຫຼືອແຕ່ການບໍລິໂພກພາຍໃນຄອບຄົວ, ປະຊາຊົນກາບໍ່ມີເງິນ ບໍ່ມີລາຍຮັບ, ແຕ່ລາຍຈ່າຍນັບມື້ນັບສູງ ແລະ ຍັງມີຂ່າວວ່ານຳ້ມັນຈະປັບຂຶ້ນອີກ.
ຍ້ອນສາເຫດດັ່ງກ່າວ ເຮັດໃຫ້ຜູ້ຊື້ຕ້ອງປະຢັດກິນ ປະຢັດໃຊ້ ປະຢັດທຸກຢ່າງ ເພາະບໍ່ມີທາງເລືອກ.