ສາວ ພອນ ພິລາໄວ ເນັດໄອດໍ ຂັວນໃຈ ມະຫາຊົນ ຜູ້ທີ່ສ້າງສ້າງສຸກ ສຽງຫົວ ຮອຍຍີ້ມ ແລະ ຫລາກຫລາຍຄອນເທັ້ນ ທີ່ສົ່ງຕໍ່ຄວາມມ່ວນຊື່ນໃຫ້ກັບແຟນໆ ຈົນກາຍເປັນກະແສໂດ່ງດັງຢ່າງຕໍ່ເນື່ອງ ທັງພາຍໃນ ແລະ ຕ່າງປະເທດ.

ສາວພອນ ເນັດໄອດໍ້ຄົນນີ້ ດັ່ງຫຼາຍໃນໂຊຊ້ຽວຕອນນີ້ ບ້ານເກີດເມຶອງນອນແມ່ນ ຢູ່ບ້ານນາຈານ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ.

ສາວພອນລາວທີ່ມາພ້ອມກັບໃບຫນ້າບ້ານໆ ແຕ່ກັບເຮັດໃຫ້ຄົນເບີ່ງແລະເຮຮາໄປຕາມໆກັນ ເພາະຄວາມທີ່ກ້າສະແດງອອກ ແລະ ເປັນເອກະລັກຂອງຕົວລາວເອງ ນອກຈາກຮູບຮ່າງຫນ້າຕາພາຍນອກຂອງລາວທີ່ເປັນສີ່ງສະດຸດຕາອັນດັບທຳອິດ ແມ່ນການຮ້ອງເພງ ການເວົ້າວ່າ ໃນຊີວິດປະຈຳວັນຂອງລາວ.

ສາວພອນ ຜູ້ສ້າງສຽງຫົວ ແລະຮອຍຍີ້ມໃຫ້ກັບຊາວລາວມາຂ້າມປີ ເກືອບວ່າທຸກມື້ແຟນຄັບຈະເຂົ້າໄປສ່ອງ ຢາກຮູ້ວ່າສາວພອນເຮັດຫຍັງຢູ່ພໍໄດ້ຍຸ້ມແກ້ມໂຕເອງ.

ລ່າສຸດດັງໄກຂ້າມຂອງ…ສາວພອນ ແລະ ບ່າວແມັກ ກຽມເປັນນາງເອກແລະພະເອກໃນ MV ເພງໃໝ່ຂອງ”ຈີນຕະຫລາ ພູນລາ”ແລະ ແພັດ ດາວອນ.

(ຄລິບ)