ຍອດລາຍຮັບ ”ຂົນສົ່ງໂດຍສານ” ຂອງລົດໄຟ ລາວ – ຈີນ

ຍອດລາຍຮັບ ”ຂົນສົ່ງໂດຍສານ” ຂອງລົດໄຟ ລາວ – ຈີນ ແຕ່ເປີດມາ ແມ່ນເກີນ 23,33 ຕື້ກີບແລ້ວ.

ໃນວັນທີ 8 ກຸມພາ 2022 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ

ພ້ອມຄະນະ ໄດ້ລົງເຄື່ອນໄຫວກວດກາ ແລະ ຊີ້ນໍາວຽກງານບໍລິສັດທາງລົດໄຟລາວ-ຈີນຈໍາກັດ, ຢ້ຽມຢາມໂຄງການກໍ່ສ້າງໂຮງຮຽນເຕັກນິກທາງລົດໄຟ (ຫລັກ16), ສະຖານີຂົນສົ່ງສິນຄ້າວຽງຈັນໃຕ້ ແລະ ເຂດທ່າບົກທ່ານາແລ້ງ,

ໂດຍການຕ້ອນຮັບຂອງທ່ານ ຢວນ ໝິງ ຮາວ ຜູ້ອໍານວຍກການບໍລິສັເລົດໄຟລາວ-ຈີນ ຈໍາກັດ, ມີ ຮອງລັດຖະມົນຕີ ກະຊວງກ່ຽວຂ້ອງ ທ່ານ ພູຂົງ ວັນນະວົງ ຮອງເຈົ້າຄອງ ນະຄອນຫລວງວຽງຈັນ,

ພ້ອມດ້ວຍຄະນະຮັບຜິດຊອບໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຊ່ວງນະຄອນຫລວງວຽງຈັນ ແລະ ພະແນກການກ່ຽວຂ້ອງ ນະຄອນຫລວງວຽງຈັນ ເຂົ້າຮ່ວມ.

ທ່ານ ຢວນ ໝິງ ຮາວ ລາຍງານໃຫ້ຮູ້ວ່າ:

ສະພາບການຂົນສົ່ງໂດຍສານ ແຕ່ມື້ເປີດໃຫ້ບໍລິການຈົນເຖິງວັນທີ 7 ກຸມພາ ປະລິມານການຂົນສົ່ງຜູ້ໂດຍສານ 113,827 ຄົນ ສະເລ່ຍ ຂົນສົ່ງຜູ້ໂດຍສານຕໍ່ມື້ 1,721 ຄົນ ແລະ ການຂົນສົ່ງຜູ້ໂດຍສານສູງສຸດຕໍ່ມື້ແມ່ນ 2,804 ຄົນ,

ມີລາຍຮັບປະມານ 12,980,000 ຢວນ, ຫຼືປະມານ 2,040,047 ໂດລາ ຫຼືປະມານ 23,33 ຕື້ກີບ

ຂໍ້ມູນ ຂປລ.

Related Posts

Leave a Reply

Your email address will not be published. Required fields are marked *