ເຈົ້າໜ້າທີ່ສຶກສາອົບຮົມ ແລະ ໃຊ້ມາດຕະການປັບໃໝ ເຈົ້າຂອງຮ້ານອິນເຕີເນັດກາເຟ MN.

ໂດຍໄດ້ຮັບການຊີ້ນໍາຂອງກອງບັນຊາການ ປກສ ນວ ແລະ ປະຕິບັດຕາມຄໍາສັ່ງຂອງຄະນະສະເພາະກິດວາງອອກ ໃນວັນທີ 03 ກັນຍາ 2021, ພະແນກຕໍາຫຼວດປ້ອງກັນເສດຖະກິດ ຫ້ອງຕໍາຫຼວດ ປກສ ນວ ໄດ້ລົງກວດກາບັນດາຮ້ານອິນເຕີເນັດ ກາເຟ ທີ່ລະເມີດຄໍາສັ່ງໃນພື້ນທີ່ ນະຄອນຫຼວງວຽງຈັນ ພົບເຫັນ ຮ້ານອີິເຕີເນັດກາເຟMN ຕັ້ງຢູ່ບ້ານໂຊກນ້ອຍ ເມືອງໄຊເຊດຖາ ຍັງລັກລອບເປິດບໍລິການເຕີມເຊີໃຫ້ລູກຄ້າຢູ່ເຈົ້າໜ້າທີ່ຈິ່ງໄດ້ເຂົ້າກວດກາ.

ຜ່ານການເອົາຂໍ້ມູນຮູ້ໄດ້ວ່າ: ເປັນຮ້ານຂອງ ທ້າວ ຄໍາມອນ ປະຊາຊົນ ຢູ່ບ້ານສາລະຄໍາ ເມືອງຫາດຊາຍຟອງ ມີການເຄື່ອນໄຫວລັກເປີດໃຫ້ບໍລິການເຕີມເຊີໃຫ້ລູກຄ້າເຈົ້າໜ້າທີ່ຈິ່ງໄດ້ສຶກສາອົບຮົມ ພ້ອມທັງໃຊ້ມາດຕະການປັບໃໝ່, ຍຶດຄອມພິວເຕີ 01 ຊຸດ ແລະ ອຸປະກອນປີ່ນເຕີ 01 ໜ່ວຍ ຂຶ້ນມາຮັກສາໃວ້ ຢູ່ພະແນກຕໍາຫຼວດປ້ອງກັນເສດຖະກິດ ຫ້ອງຕໍາຫຼວດ ປກສ ນວ.
ກອງບັນຊາການ ປກສ ນວ ຮຽກຮ້ອງໃຫ້ຜູ້ປະກອບການ, ຫົວໜ່ວຍທຸລະກິດໃຫ້ພ້ອມກັນເອົາໃຈໃສ່ ຈັດຕັ້ງປະຕິບັດຕາມຄໍາສັ່ງ, ແຈ້ງການ ຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ເພື່ອເປັນການປະກອບສ່ວນ ໃນການປ້ອງກັນ,
ຢັບຢັ້ງ ການແຜ່ລະບາດຂອງພະຍາດໂຄວິດ -19 ແລະ ຮຽກຮ້ອງເຖີງ ຊາວນະຄອນຫຼວງວຽງຈັນ ໃຫ້ເປັນເຈົ້າການຊ່ວຍເຈົ້າໜ້າທີ່ຖ້າຫາກພົບເຫັນຫົວໜ່ວຍທຸລະກິດໃດທີ່ຍັງລະເມີດ ຫຼື ການກະທໍາໃດ.

ທີ່ມີຄວາມສ່ຽງກໍ່ໃຫ້ເກີດປະກົດການຫຍໍ້ທໍ້ໃຫ້ຮີບຮ້ອນແຈ້ງເຂົ້າເບີວອດແອັບ 020 28899774 ຫຼື ແຈ້ງຜ່ານຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.