ໃນຕອນບ່າຍວັນທີ 4 ກຸມພາ 2022 ໄດ້ມີພິທີມອບ-ຮັບວັດຖຸບູຮານ ອາຍຸ 3.000 ປີ ທີ່ຄົ້ນພົບ ແລະ ເກັບກູ້ໄດ້ຢູ່ໃນເຂດໂຄງການຂຸດຄົ້ນແຮ່ຄໍາ-ທອງເຊໂປນ ຂອງບໍລິສັດ ລ້ານຊ້າງມີເນໂຣນສ໌ ລິມິເຕັດ ມອບໃຫ້ທາງພາກລັດເປັນຜູ້ຄຸ້ມຄອງ ປົກປັກຮັກສາ,
ທ່ານ ປອ. ທອງລິດ ຫຼວງໂຄດ ຫົວໜ້າກອງບູຮານວິທະຍາ ຂອງກົມມໍລະດົກ ລາຍງານໃຫ້ຮູ້ວ່າ: ວັດຖຸບູຮານທີ່ມອບ-ຮັບຄັ້ງນີ້ແມ່ນມີຈໍານວນທັງໝົດ 281 ຊິ້້ນປະກອບມີ 5 ປະເພດຄື: ຫີນ, ທອງ, ເຫຼັກ, ເຄື່ອງປັ້ນດິນເຜົາ, ເບົ້າຫຼອມ ແລະ ປະເພດແກ້ວຜ່ານການຂຸດຄົ້ນ ທາງບູຮານວິທະຍາຢູ່ຫຼາຍແຫຼ່ງ ໄດ້ພົບເຫັນຮ່ອງຮອຍຫຼັກຖານ ທາງປະຫັວດສາດຢ່າງຕໍ່ເນື່ອງຂອງຫຼາຍຍຸກຫຼາຍສະໄໝຈາກຍຸກເຄື່ອງມືຫີນທີ່ມີອາຍຸເກົ່າແກ່ປະມານ 6.000 ປີ
ມາສູ່ຍຸກການຮູ້ນໍາໃຊ້ໂລຫະ ອາຍຸປະມານ 2.500-3.000 ປີຕໍ່ເນື່ອງມາຈົນເຖິງຍຸກອານາຈັກລ້ານຊ້າງ ລະຫວ່າງ ສະຕະວັດທີ 14 ແລະ ເປັນທີ່ຮູ້ກັນດີ ໃນຖິ່ນກໍາເນີດຂອງ “ ກົກເຄົ້າເຜົ່າຜູ້ໄທ”.
ຜ່ານມາແມ່ນໄດ້ມີພິທີມອບ-ຮັບໃຫ້ລັດຖະບານແລ້ວຄັ້ງ 1 ໃນປີ 2019, ລວມມີຈໍານວນທັງໝົດ 7.881 ຊິ້ນ, ມີ 8 ປະເພດຄື: ທອງແດງ, ທອງເຫຼືອງ, ເຫຼັກ, ໄມ້ຮູບປະພັນ, ໄມ້ກົມໄມ້ປ່ອງ, ຫວາຍ, ຫີນປະດັບ, ກະດູກ, ເຄື່ອງປັ້ນດິນເຜົາ ເຊິ່ງເປັນວັດຖຸບູຮານທີ່ ຄົ້ນພົບແຕ່ປີ 2008 ຫາຕົ້ນປີ 2019.
Cr: ເມືອງລາວທັນເຫດການ ແລະເພຈ ແຂວງສະຫວັນນະເຂດ