ວັງວຽງ, ແຂວງວຽງຈັນ ນັບມື້ກັບຄືນມາຄຶກຄື້ນດ້ວຍນັກທ່ອງທ່ຽວອີກຄັ້ງ

ສະເລ່ຍ ມີ 3.000 ຄົນ ມາທ່ຽວວັງວຽງ ໃນ 1 ອາທິດ !!! ການທ່ອງທ່ຽວຢູ່ເມືອງວັງວຽງ, ແຂວງວຽງຈັນ ນັບມື້ກັບຄືນມາຄຶກຄື້ນດ້ວຍນັກທ່ອງທ່ຽວອີກຄັ້ງ

ຫລັງຈາກ ລັດຖະບານມີມາດຕະການຜ່ອນຜັນໃນການປ້ອງກັນພະຍາດໂຄວິດ-19, ສະເລ່ຍອາທິດໜຶ່ງມີຜູ້ໄປທ່ອງທ່ຽວ ປະມານ 3.000 ຄົນ ໂດຍມີທາງດ່ວນເປັນຕົວຂັບເຂື່ອນສໍາຄັນທີ່ເຮັດໃຫ້ການທ່ອງທ່ຽວເພີ່ມຂຶ້ນ.

ແຕ່ຂະນະດຽວກັນ ການຄວບຄຸມນັກທ່ອງທ່ຽວໃຫ້ປະຕິບັດຕາມມາດຕະການປ້ອງກັນພະຍາດໂຄວິດ-19 ຍັງພົບຄວາມຫຍຸ້ງຍາກສົມຄວນ.

​ທ່ານ ບຸນຈັນ ມາລາວົງ, ເຈົ້າເມືອງວັງວຽງ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍ ສຽງແຫ່ງຊາດລາວ ໃນວັນທີ 7 ກຸມພາ 2022 ວ່າ:

ປັດຈຸບັນ, ນັກທ່ອງທ່ຽວເດີນທາງໄປທ່ອງທ່ຽວເມືອງວັງວຽງ ນັບມື້ເພີ່ມຂຶ້ນ ໂດຍສະເພາະໃນໄລຍະທ້າຍອາທິດ, ເຊີ່ງເກືອບທັງໝົດແມ່ນນັກທ່ອງທ່ຽວພາຍໃນປະເທດທີ່ເດີນທາງຜ່ານທາງດ່ວນນະຄອນຫລວງວຽງຈັນ ຫາ ວັງວຽງ, ສ່ວນການເດີນທາງຜານລົດໄຟລາວ-ຈີນ ບໍ່ທັນມີເທື່ອ, ສະເລ່ຍອາທິດໜຶ່ງປະມານ 3.000 ຄົນ ທີ່ສ່ວນຫລາຍເດີນທາງໄປຕອນເຊົ້າ ແລະ ກັບຕອນຄໍ່າ, ສ່ວນຜູ້ທີ່ພັກຄ້າງຄືນມີບໍ່ຫລາຍຄືກ່ອນໜ້າມີທາງດ່ວນ.

ສໍາລັບສະຖານທີ່ໄດ້ຮັບຄວາມນິຍົມຫລາຍກວ່າໝູ່ແມ່ນຢູ່ຝາກນໍ້າຊອງເບື້ອງຕາເວັນຕົກ ເນື່ອງຈາກມີບໍ່ນໍ້າ ແລະ ບັນດາສວນທີ່ມີກິດຈະກໍາບໍລິການນັກທ່ອງທ່ຽວເປັນຈໍານວນຫລາຍ.

ນອກຈາກນີ້ ແມ່ນຢູ່ເຂດຜາຮອມທີ່ມີອາກາດເຢັນສະບາຍ ແລະ ເໝາະສົມໃນການພັກຜ່ອນ.

ທ່ານໃຫ້ຮູ້ຕື່ມວ່າ: ສໍາລັບມາດຕະການປ້ອງກັນພະຍາດໂຄວິດ-19 ໄດ້ມອບໃຫ້ຂະແໜງການທີ່ກ່ຽວຂ້ອງ ເຄື່ອນໄຫວຕິດຕາມຢ່າງໃກ້ສິດ ເພື່ອໃຫ້ບັນດາຫົວໜ່ວຍການບໍລິການທ່ອງທ່ຽວ ເອົາໃຈໃສ່ປະຕິບັດບັນດາທຸກມາດຕະ ການທີ່ວາງອອກ, ແຕ່ໃນທາງປະຕິບັດຕົວຈິງ ຍັງປະກົດເຫັນສະພາບການເປີດເພັງເຕັ້ນຊຸມແຊວຢູ່ບາງຫົວຫນ່ວຍບໍລິ ການຢູ່ຕາມລຽບນໍ້າຊອງ ເຮັດໃຫ້ຫລາຍຄົນເປັນຫ່ວງ, ທັ້ງນີ້ ຍ້ອນຫລາຍສາເຫດ ເປັນຕົ້ນ: ຜູ້ໄປທ່ຽວເອົາເຄື່ອງສຽງໄປເອງ, ເຈົ້າຂອງຮ້ານເກງໃຈແຂກ ເພາະຢ້ານແຂກຫນີໄປຮ້ານອື່ນ ຫລື ບາງຮ້ານເຫັນຮ້ານອື່ນເຮັດກໍເຮັດນໍາ ເພື່ອເອົາໃຈແຂກ ແລະ ອື່ນໆ. ສ່ວນເບື້ອງເຈົ້າຫນ້າທີ່ກ່ຽວຂ້ອງ ຍັງບໍ່ກ້າເຂັ້ມງວດເກີນໄປ ເພາະຢູ່ໃນໄລຍະເລີ່ມຕົ້ນເປີດການທ່ອງ ທ່ຽວຄືນໃຫມ່ ຍ້ອນເຫັນໃຈຜູ້ປະກອບການທີ່ບໍ່ມີລາຍຮັບມາດົນ ເຮັດໃຫ້ການແກ້ໄຂບັນຫານີ້ຍັງພົບຄວາມຫຍຸ້ງຍາກສົມຄວນ.

ເຈົ້າເມືອງວັງວຽງ ໃຫ້ຮູ້ຕື່ມວ່າ: ເຖີງວ່າວັງວຽງ ແມ່ນໜຶ່ງໃນຫລາຍສະຖານທີ່ທີ່ລັດຖະບານກໍານົດໃຫ້ເປັນເຂດທ່ອງທ່ຽວສີຂຽວ ໄລຍະທີ 1, ແຕ່ມາຮອດປັດຈຸບັນ ຍັງບໍ່ທັນມີນັກທ່ອງທ່ຽວຕ່າງປະເທທດຕາມໂຄງການຂອງລັດຖະບານໄປທ່ອງທ່ຽວເທື່ອ.

ດັ່ງນັ້ນ ທາງເມືອງແມ່ນສຸມໃສ່ຊຸກຍູ້ສົ່ງເສີມລາວທ່ຽວລາວເປັນຕົ້ນຕໍໃນໄລຍະນີ້ ແລະ ຮຽກຮ້ອງມາຍັງຫົວໜ່ວຍບໍລິການທ່ອງທ່ຽວພາຍໃນເມືອງ ກໍຄື ນັກທ່ອງທ່ຽວທຸກຄົນທີ່ຈະເດີນທາງໄປທ່ອງທ່ຽວຢູ່ເມືອງວັງວຽງ ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຮ່ວມກັນຢ່າງເຂັ້ມງວດກວ່າເກົ່າ ເພື່ອເຮັດໃຫ້ຜູ້ປະກອບການມີລາຍໄດ້, ນັກທ່ອງທ່ຽວໄດ້ທັງຄວາມສຸກ-ຄວາມເບີກບານມ່ວນຊື່ນ ແລະ ຫ່າງໄກຈາກພະຍາດໂຄວິດ-19.FM 90.

Related Posts

Leave a Reply

Your email address will not be published. Required fields are marked *