ປະສາດຫຼອນຍ້ອນເສບຢາບ້າ ແລ້ວຕີບິດາ ໄດ້ຮັບບາດເຈັບສົມຄວນ
ທ່ານ ທອງດີ ມະນີວົງ ຮອງນາຍບ້ານນາບົງ ເມືອງປາກງື່ມ ນວໃຫ້ຮູ້ວ່າ: ເວລາ 3 ໂມງ ວັນທີ 7 ກຸມພາ 2022 ໄດ້ຮັບແຈ້ງວ່າ: ມີເຫດອາລະວາດທໍາຮ້າຍຮ່າງກາຍລູກຊາຍຕົບຕີພໍ່ ທ້າວ ປັດຖາ ອາຍຸ 63 ປີ.
ປະຊາຊົນບ້ານນາບົງ ໄດ້ຮັບບາດເຈັບສົມຄວນ ພາຍຫຼັງໄດ້ຮັບແຈ້ງ ຈິ່ງໄດ້ລົງໄປສະຖານທີ່ເກີດເຫດ ແລະ ກັກຕົວ ທ້າວ ຄຳດີ ອາຍຸ 36 ປີ ອາຊີບເຮັດນາ ຢູ່ບ້ານນາບົງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ມາດຳເນີນຄະດີ.
ສອບຖາມເບື້ອງຕົ້ນ ທ້າວ ຄຳດີ ໃຫ້ການວ່າ: ຕົນເອງພົວພັນເສບຢາບ້າມາແຕ່ປີ 2005 ເຖິງປັດຈຸບັນ, ການເສບຄັ້ງລະ 4-5 ເມັດຕໍ່ມື້, ຜ່ານມາຜູ້ປົກຄອງ ແລະ ການຈັດຕັ້ງບ້ານສຶກສາອົບຮົບຫຼາຍຄັ້ງ ສະເພາະໃນມື້ເກີດເຫດທ້າວ ຄຳດີ ເສບຢາບ້າຫລາຍ ເຮັດໃຫ້ເກີດຄວາມກະວົນ.
ກະວາຍ ບໍ່ສາມາດຄຸມສະຕິຕົນເອງໄດ້ ແລ້ວເກີດຜິດຖຽງກັນ ຈາກນັ້ນ ກໍ່ລົງມືທຳຮ້າຍຮ່າງກາຍຜູ້ເປັນພໍ່ ບໍລິເວັນໃບໜ້າ 3-4 ບາດ ຈົນໄດ້ຮັບບາດເຈັບ ແລະ ມີຮ່ອງກະທົບເກີດບາດແຜ.
ກອງບັນຊາການ ປ້ອງກັນຄວາມສະຫງົບ ນວ, ຮຽກຮ້ອງຮ້ອງມາຍັງທົ່່່່ວສັງຄົມ ຈົ່ງເອົາໃຈໃສ່ເພີ່ມທະວີຄຸ້ມຄອງບຸດຫຼານຂອງຕົນ ເພາະຢາເສບຕິດ ມີຜິດໄພເຮັດໃຫ້ສະຖາບັນຄອບຄົວບໍ່ມີຄວາມສະຫງົບ
ທຳລາຍຊີວິດ, ສຸຂະພາບ, ຊັບສິນ ແລະ ຜູ້ທີ່ພົວພັນມັກກໍ່ໃຫ້ເກີດມີສິ່ງຫຍໍ້ທໍ້ກໍ່ອາຊະຍາກຳ ເພາະສານັ້ນ,
ຜູ້ປົກຄອງຈົງເຮັດໜ້າທີ່ສືກສາອົບຮົມບົມສອນ ປູກຈິດສຳນຶກ ແລະ ມີສ່ວນຮ່ວມຂອງບຸກຄົນ, ຄອບຄົວ ແລະ ສັງຄົມ.
