ໃນຫນື່ງອາທິດຕໍ່ຫນ້າ ວັນທີ 07 ຫາ 13 ກຸມພາ 2022 ອາກາດຈະຫນາວເຢັນລົງ ພ້ອມມີຫມອກ ບາງປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ມີລົມພັດແຮງຢູ່ ບາງທ້ອງຖິ່ນໃນທ້າຍອາທິດ ອຸນຫະພູມຕໍ່າສຸດ 09-11 ອົງສາ ແລະ ສູງສຸດ 30-32 ອົງສາ.

ພາກເຫນືອດ້ານຕາເວັນຕົກ: ໃນຫນື່ງອາທິດຕໍ່ຫນ້າ ວັນທີ 07 ຫາ 13 ກຸມພາ 2022 ອາກາດຈະຫນາວເຢັນລົງ ພ້ອມມີຫມອກ ບາງປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ມີລົມພັດແຮງຢູ່ ບາງທ້ອງຖິ່ນໃນທ້າຍອາທິດ ອຸນຫະພູມຕໍ່າສຸດ 09-11 ອົງສາ ແລະ ສູງສຸດ 30-32 ອົງສາ.

ພາກກາງ: ໃນຫນື່ງອາທິດຕໍ່ຫນ້າ ອາກາດຈະເຢັນ ຫາ ຫນາວເຢັນ ພ້ອມມີຫມອກບາງປົກຫຸ້ມໃນຕອນກາງຄືນຫາຕອນເຊົ້າ ແລະ ຈະມີຝົນຕົກຄ່ອຍຢູ່ບາງທ້ອງຖີ່ນ ອຸນຫະພູມຕ່ໍາສຸດ 17 -19 ອົງສາ ແລະ ສູງສຸດ 29-31 ອົງສາ, ສໍາລັບແຂວງໄຊສົມບູນ ອາກາດຫນາວເຢັນ ຫາ ຫນາວເຢັນຫຼາຍ ພ້ອມມີຫມອກຫນາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກຄ່ອຍຢູ່ບາງ ບໍລິເວນ ອຸນຫະພູມຕ່ໍາສຸດ 07-09 ອົງສາ ແລະ ສູງສຸດ 19 -21 ອົງສາ.

ພາກໃຕ້: ໃນຫນື່ງອາທິດຕໍ່ຫນ້າ ອາກາດຈະເຢັນ ຫາ ຫນາວເຢັນ ພ້ອມມີຫມອກບາງປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີຝົນຕົກຄ່ອຍຢູ່ບາງທ້ອງຖີ່ນ ອູນຫະພູມຕໍ່າສຸດ 17-19 ອົງສາ ແລະ ສູງສຸດ 29-31 ອົງສາ, ສໍາລັບເຂດພູພຽງ ບໍ່ລະເວນອາກາດຈະຫນາວເຢັນ ຫາ ຫນາວເຢັນຫຼາຍ ພ້ອມມີຫມອກຫນາປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກຄ່ອຍເປັນ ບາງໂອກາດຢູ່ບາງບໍລິເວນ ອຸນຫະພູມຕໍ່າສຸດ 06-08 ອົງສາ ແລະ ສູງສຸດ 21-23 ອົງສາ.

ນະຄອນຫຼວງວຽງຈັນ: ອາກາດຈະເຢັນ ພ້ອມມີຫມອກບາງປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີຝົນຕົກພຽງ ເລັກນ້ອຍ ມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນໃນໄລຍະທ້າຍອາທິດ ວັນທີ 11 ຫາ 13 ກຸມພາ 2022 ອຸນຫະພູມຕ່ໍາສຸດ 17-19 ອົງສາ ແລະ ສູງສຸດ 29-31 ອົງສາ.
