ຖ້າເງິນເດືອນຢ່າງດຽວບໍ່ກຸ້ມ ປູກໝາກເຜັດຂາຍ ສ້າງລາຍຮັບເພີ່ມປີລະ 30- 40 ລ້ານກີບ

ການເຮັດກະສິກຳ ບໍ່ເຖິງກັບລ້ຳລວຍແຕ່ຖ້າໃຈສູ້ເຮັດຈີງຈັງກໍ່ມີລາຍຮັບຊ່ວຍອຸ້ມຊູຄອບຄົວໄດ້ ຄືຄອບຄົວພະນັກງານທ່ານນີ້ ເພິ່ນບໍ່ອາດລໍຖ້າອາໄສເງິນເດືອນຢ່າງດຽວ ຈິ່ງອອກແຮງບຸກເບີກພື້ນທີ່ປູກໝາກເຜັດ ແລະຂີງເຮັດໃຫ້ມີລາຍຮັບເຂົ້າເພີ່ມປີລະ 30-40ລ້ານກີບ.

ຄອບຄົວຂອງທ່ານ ເນັ່ງທ່າວ ເພຍຫລວງ, ຫົວໜ້າຫ້ອງການຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງຮົ່ມ ແຂວງໄຊສົມບູນ ປັດຈຸບັນຢູ່ບ້ານຜາລະແວກ ເພິ່ນໄດ້ສ້າງອາຊີບເສີມດ້ວຍການປູກໝາກເຜັດ, ປູກຂີງ ແລະ ຜັກ ຂາຍເປັນສິນຄ້າ ສ້າງລາຍໄດ້ເຂົ້າຄອບຄົວ 30 ຫາ 40 ລ້ານກີບຕໍ່ປີ ສາມາດຈຸນເຈືອຄອບຄົວໄດ້ໂດຍພື້ນຖານ.

ທ່ານ ເນັ່ງທ່າວ ເພຍຫລວງ ໃຫ້ຮູ້ວ່າ: ກ່ອນຈະຫັນມາສ້າງອາຊີບເສີມດ້ວຍການປູກພືດປະສົມປະສານ ຂາຍເປັນສິນຄ້າໃນເວລານັ້ນ ຄອບຄົວຂອງເພິ່ນ ຍັງທຸກຍາກຂາດເຂີນ ແລະ ຝືດເຄືອງພໍສົມຄວນ, ສະນັ້ນ ເພິ່ນຈຶ່ງໄດ້ຕັດສິນໃຈປຶກສາຫາລືກັບຄອບຄົວ ເພື່ອຊອກຊ່ອງທາງທີ່ດີໃນການແກ້ໄຂຊີວິດການເປັນຢູ່ຂອງຕົນໃຫ້ດີຂຶ້ນ ແລະ ນຳເອົາຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ ຊຶ່ງການປຶກສາຫາລືໄດ້ມີຄວາມເປັນເອກະພາບກັນວ່າ ທາງອອກທີ່ດີຂອງຄອບຄົວກໍຄືການປູກໝາກເຜັດ, ປູກຂີງດໍາ-ຂີງເຫລືອງ ແລະ ປູກຜັກ ຂາຍເປັນສິນຄ້າ.

ເຊິ່ງໃນໄລຍະທີ່ຜ່ານມາແມ່ນພຽງທົດລອງປູກເທົ່ານັ້ນ ໃນເນື້ອທີ່ເລັກນ້ອຍ ແຕ່ເຫັນວ່າ ການປູກພືດດັ່ງກ່າວ ມີລາຄາດີ ສັງຄົມໃຫ້ຄວາມສົນໃຈບໍລິໂພກ ແລະ ຕະຫຼາດກໍມີຄວາມຕ້ອງການ ທັງສາມາດສ້າງລາຍຮັບເຂົ້າຄອບຄົວໄດ້ ຈຶ່ງໄດ້ຂະຫຍາຍເນື້ອທີ່ສວນປູກ ໃຫ້ກວ້າງກວ່າເກົ່າ ນັບແຕ່ປີ 2021 ເປັນຕົ້ນມາ.

ຫຼັງປູກແລ້ວຮອດລະດູເກັບກ່ຽວແມ່ນຈະມີພໍ່ຄ້າ-ແມ່ຄ້າ ແລະ ບຸກຄົນທົ່ວໆໄປ ມາສັ່ງຊື້ເຖິງທີ່ ຊຶ່ງການຂາຍແມ່ນຂາຍເປັນກິໂລ ຜ່ານການສ້າງອາຊີບເສີມດ້ວຍການປູກພືດແບບປະສົມປະສານ ຂາຍເປັນສິນຄ້າ ໃນເວລາວ່າງຈາກໂມງລັດຖະການ ເຮັດໃຫ້ເສດຖະກິດຄອບຄົວນັບມື້ນັບດີຂຶ້ນ, ຖານະການເງິນມີຄວາມໝັ້ນທ່ຽງ, ຊີວິດການເປັນຢູ່ໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ ຊຶ່ງລາຍຮັບດັ່ງກ່າວ ກໍໄດ້ຊຸກຍູ້ສົ່ງເສີມໃຫ້ລູກເຕົ້າໄດ້ຮັບການສຶກສາຮໍ່າຮຽນນຳອີກ.

ຂອບໃຈຂໍ້ມູນຈາກ: ຂ່າວເສດຖະກິດການຄ້າ

Related Posts

Leave a Reply

Your email address will not be published. Required fields are marked *