ກາເຟລາວ ກຽມບຸກຕະຫຼາດຈີນ

ຫວ່າງ​ມໍ່ໆ​ມາ​ນີ້, ບໍ​ລິ​ສັດ​ກາ​ເຟ​ດາວ​ ຈຳ​ກັດ ​ໄດ້​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ກັບ​ບໍ​ລິ​ສັດ​ຈີນ 2 ແຫ່ງ.

ຢູ່​ນະຄອນປາກ​ເຊ​ ແຂວງ​ຈຳ​ປາ​ສັກ ເພື່ອມອບ​ສິດ​ໃຫ້ ​ບໍ​ລິ​ສັດ 2 ແຫ່ງ​ນີ້​ຂະ​ຫຍາຍ​ຕະຫຼາດ​ຂອງ​ບໍ​ລິ​ສັດ​ຕົນ​ຢູ່​ປະ​ເທດ​ຈີນ ແລະ ດຳ​ເນີນກນ​ຮ່ວມ​ມື​​ດ້ານ​ການ​ຕະຫຼາດ​ຕ່າງໆ.

ໃນ​ຂະ​ນະ​ດຽວ​ກັນ, ສະ​ມາ​ຄົມ​ກາ​ເຟ​ລາວ​ກໍ​ໄດ້​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ ກັບ​ບໍ​ລິ​ສັດ​ 2 ແຫ່ງ​ດັ່ງ​ກ່າວ​ຂອງ​ຈີນ​ເຊັ່ນ​ກັນ, ເພື່ອ​ໂຄ​ສະ​ນາ​ເຜີຍ​ແຜ່​ຍີ່​ຫໍ້​ກາ​ເຟ​ລາວ​ຢູ່​ຕະຫຼາດ​ຈີນ.

ໃນ​ຖາ​ນະ​ເປັນ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ສົ່ງ​ອອກ​ທີ່​ສຳ​ຄັນ​ຂອງ​ປະ​ເທດ​ລາວ, ກາ​ເຟ​ໄດ້​ສ້າງ​ລາຍ​ຮັບ​ໃຫ້​ແກ່​ປະ​ເທດ​ລາວ​ເກືອບ 100 ລ້ານ​ໂດ​ລາ​ສະ​ຫະ​ລັດ​ຕໍ່​ປີ, ການ​ພັດ​ທະ​ນາ​ຕະຫຼາດ​ບໍ​ລິ​ໂພກ​ກາ​ເຟ​ຢູ່​ປະ​ເທດ​ຈີນ.

ໄດ້ລະບຸໄວ້ໃນແຜນພັດທະນາເສດຖະກິດສັງຄົມແຫ່ງຊາດລາວ ໃນຖານະເປັນຍຸດທະສາດດ້ານເສດຖະກິດທີ່ສຳຄັນ.

ການ​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ລາວ-ຈີນ​ຢ່າງ​ເປັນ​ທາງ​ການ ແມ່ນ​ໂອ​ກາດ​ອັນ​ໃຫຍ່ຫຼວງ​ສຳ​ລັບ​​ການສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ຕ່າງໆ​ຂອງ​ປະ​ເທດ​ລາວສູ່​ປະ​ເທດ​ຈີນ, ເຊັ່ນ: ກາ​ເຟ​ເປັນ​ຕົ້ນ​.

ທີ່ມາ: CRI

Related Posts

Leave a Reply

Your email address will not be published. Required fields are marked *