ກຽມບິນກັບການບິນລາວ! ລາຄານີ້ພິເສດສຸດ 290.000 ກີບ

ກຽມບິນກັບການບິນລາວ! ລາຄານີ້ພິເສດສຸດ 290.000 ກີບ.

ໂຄວິດຈາງລົງຫຼາຍແລ້ວມື້ນີ້ເຮົາມາວາງແຜນໄປທ່ຽວກັນ ໃນເດືອນແຫ່ງຄວາມຮັກ ຈັດໄປໃນແບບຄອບຄົວ ຫຼື ຄູ່ຮັກກໍ່ຍ່ອມໄດ້ ຖ້າລາຄາປີ້ຍົນຖືກປານນີ້ຕ້ອງໄປແລ້ວລະ! ລາວເຮັດລາວໃຊ້ລາວໄດ້ເສດຖະກິດລາວດີຊ່ວຍໆກັນ.

ນີ້ຄືເປັນຂ່າວດີສຸດໆແລ້ວ ສຳລັບຜູ້ທີ່ກຳລັງມີແຜນເດີນທາງໃນເດືອນກຸມພານີ້ ບອກເລີຍບໍ່ພຽງປະຢັດເວລາຢ່າງດຽວ ຍັງປະຢັດເງິນອີກຫຼາຍສົມຄວນ.

ເພາະການບິນລາວຈັດລາຄາພິເສດສຸດແບບບໍ່ຄ່ອຍມີມາກ່ອນ ກຳນົດເວລາເກືອບ 20 ວັນບິນໄດ້ໃນລາຄາ 290.000 ກີບຕໍ່ຄົນ.

ສຳລັບລາຄານີ້ແມ່ນ ສາມາດບິນໄດ້ທຸກເສັ້ນທາງໃນທົ່ວປະເທດ ແຕ່ແນ່ນອນຂອງດີມີໜ້ອຍ ໃຜທີ່ມີແຜນເດີນທາງລະຫວ່າງວັນທີ 11-23 ກຸມພານີ້ແມ່ນໃຫ້ຮີບໄປຈັບຈອງຕັ້ງແຕ່ວັນທີ 11-28 ກຸມພາ,

ສ່ວນເງື່ອນໄຂການຈອງ ແມ່ນສາມາດຊື້ໄດ້ທາງ Laoairlines Application ແລະ Website ເທົ່ານັ້ນ ຄື: ທ່ານສາມາດດາວໂຫຼດແອັບພຼິເຄຊັ່ນໄດ້ທີ່: http://onelink.to/laoairlines ຫຼື .

ທ່ານສາມາດຈອງຜ່ານເວັບໄຊທ໌ໄດ້ທີ່:https://bit.ly/LaoAirlinesWeb ແລະ ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່ສາຍດ່ວນ 1626.

ຂໍ້ມູນຈາກ : ຂ່າວເສດຖະກິດ-ການຄ້າ.

Related Posts

Leave a Reply

Your email address will not be published. Required fields are marked *