ພໍ່ແມ່ໃຈສະຫຼາຍ ລູກຊາຍໄວ5ປີ ຈາກໄປ

ອີຕົນເດ!ລູກຊາຍໄວ5ປີ ຕົ ກ ບໍ່ນ້ຳເລິກ32ແມັດເສຍຊີວິດ.

ສຸດເສົ້າ ເດັກຊາຍ ອາຍຸ 5 ປີ ຕົກບໍນໍ້າເລິກ ເສຍຊີວິດແລ້ວ ຫຼັງຈາກກູ້ໄພເຂົ້າໄປຊ່ວຍພົ້ນປາກບໍໄດ້ບໍ່ພໍເທົ່າໃດນາທີBBC ລາຍງານຂ່າວທີ່ໄດ້ຮັບຄວາມສົນໃຈ ແລະ ເສົາໃຈຫຼາຍ ຫຼັງຈາກທີ່ເດັກຊາຍ ຣາຢັນ ໂອຣາມ ອາຍຸ 5 ປີ ທີ່ຫຼົງຕົກລົງໄປໃນບໍນໍ້າເລິກ 32 ແມັດ.

ທີ່ຢູ່ໃກ້ກັບບໍລິເວນບ້ານຂອງລາວ ໃນເມືອງ ຊັບຊາວັນ ທາງຕາເວັນຕົກສ່ຽງເໜືອຂອງປະເທດໂມຣ໊ອກໂກ ຕັ້ງແຕ່ວັນທີ 1 ກຸມພາ 2022 ແລະ ຕິດຢູ່ໃນບໍນັ້ນເປັນເວລາ 4 ມື້ ພໍ່ຂອງ ໂອຣາມ ບອກວ່າ ກ່ອນເກີດເຫດລາວໄດ້ຊ່ອມແຊມບໍນໍ້າ ເຊີ່ງປາກບໍມີຄວາມກວ້າງພຽງ 25 ຊັງຕິແມັດ.

ແຕ່ພຽງຊ້ຽວວິນາທີທີ່ບໍ່ທັນໄດ້ລະວັງໂຕ ລູກຊາຍກໍ່ພັດຕົກລົງໄປໃນບໍແລ້ວ ປະຕິບັດການຊ່ວຍ ໂອຣາມ ກໍ່ເລີ່ມຂື້ນໃນຄືນນັ້ນໂດຍທາງກູ້ໄພໄດ້ພະຍາຍາມສົ່ງອອກຊິເຈັນ ແລະ ອາຫານລົງໄປໃນບໍ.

ແລະ ວາງແຜນຂຸດດິນ ແລະ ເຈາະອຸໂມງເຂົ້າໄປຊ່ວຍ ໂອຣາມ ເຊີ່ງຕ້ອງໄດ້ເຮັດແບບລະມັດລະວັງ ເພາະຍ້ານວ່າດິນທີ່ຢູ່ທາງຂ້າງອາດຈະຖະລົ້ມລົງມາ

ໃນວັນທີ 3 ກຸມພາ 2022 ມີການເຜີຍແຜ່ພາບ ໂອຣາມ ຍັງມີຊີວິດຢູ່ ແລະ ມີສະຕິດີ ເຖິງວ່າເຈົ້າໜ້າທີ່ກູ້ໄພສາມາດນຳໂຕ ໂອຣາມ ອອກມາຈາກບໍໄດ້ ແລະນຳສົ່ງໂຮງໝໍ ແລະ ສ້າງຄວາມດີໃຈໃຫ້ກັບຄອບຄົວ ພ້ອມຜູ້ຄົນຈຳນວນຫຼາຍທີ່ເຝົ້າຕິດຕາມຂ່າວນີ້

ແຕ່ພວກເຂົາກໍ່ຕ້ອງໃຈສະຫຼາຍເພາະໃນທີ່ສຸດຊ່ວງຕອນເຊົ້າຂອງວັນເສົາທີ 5 ກຸມພາ ໂອຣາມ ກໍ່ໄດ້ເສຍຊີວິດລົງ ແລະ ບາງສຳນັກງານຂ່າວກໍ່ລາຍງານ ໂອຣາມ ເສຍຊີວິດຫຼັງຈາກທີເຈົ້າໜ້າທີ່ນຳໂຕຂື້ນຈາກປາກບໍນໍ້າບໍ່ພໍເທົ່າໃດນາທີ ຫຼັງຈາກແພດປະກາດວ່າ ໂອຣາມ ເສຍຊີວິດແລ້ວ.

ທີ່ມາ: ຂ່າວເດັ່ນຂ່າວດັງ

Related Posts

Leave a Reply

Your email address will not be published. Required fields are marked *