ການຍົກເລີກມາດຕະການປ້ອງກັນພະຍາດ ໂຄວິດ-19 ຄວນດຳເນີນໄປຢ່າງ “ໜັກແໜ້ນ ແລະ ຄ່ອຍເປັນຄ່ອຍໄປ”
ຂ່າວຈາກ CRI: ອົງການອະນາໄມໂລກຮຽກຮ້ອງໃຫ້ປະເທດຕ່າງໆທີ່ເລີ່ມຍົກເລີກຂໍ້ຈຳກັດເພື່ອປ້ອງກັນພະຍາດໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19
ຄວນນຳໃຊ້ແບບວິທີທີ່ໜັກແໜ້ນ ແລະ ຄ່ອຍເປັນຄ່ອຍໄປ,ຄ່ອຍໆ “ຍົກເລີກ”,ເນື່ອງຈາກຕົວເລກໃນໄລຍະມໍ່ໆມານີ້ສະແດງໃຫ້ເຫັນວ່າ,ຈຳນວນຜູ້ເສຍຊີວິດຍ້ອນພະຍາດໂຄວິດ-19 ທີ່ແຫ່ງຕ່າງໆຂອງໂລກລາຍງານນັ້ນພວມເພີ່ມຂຶ້ນຢ່າງວ່ອງໄວ.
ທ່ານເທດຣອສ ອັດຮານອມ ກີເບຣເຍຊຸສ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວໃນວັນທີ 1 ກຸມພາຜ່ານມາວ່າ: ນັບແຕ່ໄດ້ພົບເຫັນເຊື້ອກາຍພັນໂອມິຄຣອນເປັນຄັ້ງທຳອິດເມື່ອ 10 ອາທິດກ່ອນເປັນຕົ້ນມາ,ທົ່ວໂລກໄດ້ລາຍງານກໍລະນີຜູ້ຕິດເຊື້ອເກືອບ 90 ລ້ານຄົນໃຫ້ອົງການອະນາໄມໂລກໄດ້ຮັບຊາບເຊິ່ງຍັງຫຼາຍກວ່າຈຳນວນຜູ້ຕິດເຊື້ອທີ່ໄດ້ລາຍງານໃນໝົດປີ 2020.
ປັດຈຸບັນພວກເຮົາເລີ່ມເຫັນວ່າ,ຢູ່ເຂດສ່ວນຫຼາຍໃນໂລກ,ການເພີ່ມຂຶ້ນຂອງຈຳນວນຜູ້ເສຍຊີວິດເຮັດໃຫ້ຄົນເປັນຫ່ວງທີ່ສຸດ.
ໃນຂະນະດຽວກັນ,ທ່ານໄມເຄິນ ຣິອັນ ຫົວໜ້າຜູ້ບໍລິຫານງານໂຄງການສຸກເສີນດ້ານອະນາໄມຂອງອົງການອະນາໄມໂລກ ກ່າວວ່າ,ໃນດ້ານການຍົກເລີກມາດຕະການຈຳກັດເພື່ອປ້ອງກັນພະຍາດ,ບັນດາປະເທດຄວນອີງຕາມສະພາບການຂອງປະເທດຕົນ,
ອີງຕາມຈັງຫວະຂອງຕົນໃນການວາງແຜນວິຖີ ທາງຂອງຕົນ,ສາມາດຖອດຖອນເອົາບົດຮຽນ ແລະ ວິທີການຂອງປະເທດອື່ນໆ, ແຕ່ຈະເຮັດຕາມແບບຫຼັບຫູຫຼັບຕານັ້ນບໍ່ໄດ້.
