ແຂວງຈໍາປາສັກ ກຽມຈັດບຸນນະມັດສະການຜາສາດຫີນວັດພູ ຈໍາປາສັກ ປະຈໍາປີ 2022.

ແຂວງຈໍາປາສັກ ກຽມຈັດບຸນນະມັດສະການຜາສາດຫີນວັດພູ ຈໍາປາສັກ ປະຈໍາປີ 2022.

ໃນລະຫວ່າງ 14-16 ກຸມພານີ້ ໂດຍຈະເນັ້ນໃສ່ການຈັດເພື່ອຮັກສາປະເພນີອັນດີງາມທີ່ເຄີຍປະຕິບັດສືບທອດກັນມາ ໂດຍບໍ່ມີການຄົບງັນທີ່ເປັນການມ່ວນຊື່ນລື່ນເລີງຄືຫລາຍປີຜ່ານມາ ເພື່ອປ້ອງກັນການລະບາດຂອງພະຍາດໂຄວິດ-19.

​ທ່ານ ໂສມ ບຸດຕະກຸນ, ຮອງເຈົ້າແຂວງຈໍາປາສັກ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 3 ກຸມພາ 2022

ວ່າ: ຄະນະກໍາມະການຂັ້ນແຂວງ ແລະ ອົງການປົກຄອງເມືອງ ຈໍາປາສັກ ເຊີ່ງເປັນເມືອງທີ່ຜາສາດຫີນວັດພູຕັ້ງຢູ່ ໄດ້ປຶກສາຫາລືຮ່ວມກັນ ແລະ ເຫັນດີໃຫ້ເມືອງຈໍາປາສັກ ເປັນເຈົ້າພາບຈັດບຸນນະມັດສະການຜາສາດຫີນວັດພູຈໍາປາສັກ ປະຈໍາປີ 2022

ໂດຍໃຫ້ເນັ້ນໃສ່ຈັດຂຶ້ນເພື່ອຮັກສາປະເພນີອັນດີງາມທີ່ເຄີຍປະຕິບັດມາເປັນແຕ່ບູຮານນະການ ໂດຍຈະບໍ່ມີພິທີເປີດ ຫລື ເຊີນການນໍາຂັ້ນສູງເຂົ້າຮ່ວມງານ ແລະ ຈະບໍ່ມີການຄົບງັນຢ່າງຄຶກຄື້ນຄືຫລາຍປີຜ່ານມາ ແຕ່ຈະມີການວາງສະແດງຂາຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ຫລື ODOP ທີ່ເປັນຜະລິດຕະພັນຂອງປະຊາຊົນພາຍໃນແຂວງ,

ລວມເຖີງຈັດການແຂ່ງຂັນບາງກິລາພື້ນເມືອງທີ່ເຄີຍຈັດມາ, ມີພິທີທາງສາສະໜາຂອງພະສົງ, ການວຽນທຽນ ແລະ ໃສ່ບາດ. ນອກຈາກນີ້ ໃນໂອກາດບຸນດັ່ງກ່າວ ຍັງຈະມີພິທີເປີດສວນອຸທິຍານແຫ່ງຊາດປ່າສະຫງວນ ແລະ ພິທີປູກຕົ້ນດອກຈໍາປາຢູ່ຂອບເຂດຜາສາດຫີນວັດພູຈໍາປາສັກ.

ຮອງເຈົ້າແຂວງຈໍາປາສັກ ໃຫ້ຮູ້ຕື່ມວ່າ: ທຸກກິດຈະກໍາທີ່ຈະຈັດຂຶ້ນ ຈະປະຕິບັດຄວບຄູ່ກັບມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ ເພາະພາຍໃນງານຈະມີທີມແພດປະຈໍາ ເພື່ອໂຄສະນາໃຫ້ຄວາມຮູ້ກ່ຽວກັບການປ້ອງກັນ,

ລວມທັງການວັດແທກອຸນຫະພູມ ແລະ ການຊ່ວຍເຫລືອຜູ້ໄປທ່ຽວງານໃນກໍລະນີສົງໃສວ່າຕິດເຊື້ອພະຍາດໂຄວິດ-19 ແລະ ອື່ນໆ. ພ້ອມນີ້ ທ່ານຍັງໄດ້ຮຽກຮ້ອງມາຍັງຜູ້ທີ່ຈະໄປທ່ອງທ່ຽວງານທຸກຄົນ ຈົ່ງເອົາໃຈໃສ່ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຮ່ວມກັນຢ່າງເຂັ້ມງວດ ດ້ວຍການໃສ່ຜ້າອັດປາກ-ດັງ, ການຮັກສາໄລຍະຫ່າງ ແລະ ອື່ນໆ.

FM 90 ລາຍງານ

Related Posts

Leave a Reply

Your email address will not be published. Required fields are marked *