ຖືກຈັບດຳເນີນຄະດີ ຍ້ອນແອບອ້າງເປັນເຈົ້າໜ້າທີ່ທະຫານແລ່ນຄົນເຂົ້າເຮັດວຽກ

*** ຖືກຈັບດຳເນີນຄະດີ ຍ້ອນແອບອ້າງເປັນເຈົ້າໜ້າທີ່ທະຫານແລ່ນຄົນເຂົ້າເຮັດວຽກ

***ພະແນກສືບສວນ-ສອບສວນ ຄະດີອາຍາ ຫ້ອງຕໍາຫຼວດ ກອງບັນຊາການ ປກສ ນວ ສົມທົບກັບກົມສຶບຂ່າວກະຊວງປ້ອງກັນປະເທດ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງສືບຄົ້ນຫາ ບຸກຄົນແອບອ້າງເປັນເຈົ້າໜ້າທີ່ທະຫານ ໃນທີ່ສຸດສາມາດກັກຕົວ ທ້າວ ຄໍາແພງ ຄົງຄະນິດເຊິ່ງບຸກຄົນ

ດັ່ງກ່າວ ຢູ່ບ້ານຄູນແກ້ວ ເມືອງຄູນຄຳ ແຂວງຄຳມ່ວນ ວັນທີ 31 ທັນວາ 2021, ພ້ອມຂອງກາງ ຊຸດເຄື່ອງແບບນາຍທະຫານ ແລະ ປືນສັ້ນ CZ 1 ກະບອກ ພ້ອມລູກປືນ 125 ລູກ ຈາກນັ້ນຈື່ງໄດ້ນໍາຕົວຂຶ້ນມາດໍາເນີນຄະດີຢູ່ ນະຄອນຫຼວງວຽງຈັນ.

ຜ່ານການສອບສວນຂອງເຈົ້າໜ້າທີ່ສືບສວນ-ສອບສວນ ປກສ ນວ ໃຫ້ຮູ້ວ່າ: ທ້າວ ຄຳແພງ ຄົງຄະນິດ ປັດຈຸບັນພັກເຊົາ ຢູ່ບ້ານດອນແດງ ເມືອງຈັນທະບູລີ ນວ ແລະ ຜູ້ກ່ຽວຍັງຮັບສາລະພາບວ່າ:

ຕົນເອງໄດ້ແອບອ້າງເປັນເຈົ້າໜ້າທີ່ທະຫານ ດ້ວຍວິທີການນຸ່ງຊຸດເຄື່ອງແບບນາຍທະຫານ ແຕ່ຕົ້ນປີ 2021 ເປັນຕົ້ນມາ,

ໂດຍຕິດຊັ້ນ ນາຍພັນຕີ ແລະ ຍັງໄດ້ປ່ຽນນາມສະກຸນ ເພື່ອໃຊ້ແອບອ້າງໃຫ້ຄົນຫຼົງເຊື່ອ ຫາຜົນປະໂຫຍດໃຫ້ຕົນເອງໂດຍໃຊ້ເລ່ລ່ຽມຕົວະຍົວະຫຼອກລວງ ວ່າຕົນເອງເປັນທະຫານທີ່ມີຄວາມສາມາດແລ່ນເອົາຄົນເຂົ້າເປັນທະຫານໄດ້

ເຮັດໃຫ້ມີຜູ້ຫຼົງເຊື່ອ ຈຳນວນ 3 ຄົນ. ມູນຄ່າຄວາມເສຍຫາຍ 300.000.000 ກວ່າລ້ານກີບ,

ປັດຈຸບັນຄະດີດັ່ງກ່າວກໍາລັງເລັ່ງສຶບສວນ-ສອບສວນ ຂະຫຍາຍຜົນຊອກຫາຜູ້ຮ່ວມຂະບວນການມາດຳເນີນຄະດີ ຕາມລະບຽບກົດ ໝາຍ.ກອງບັນຊາການ ປກສ ນວ ຂໍແຈ້ງມາຍັງພໍ່ແມ່,

ປະຊາຊົນທຸກຊັ້ນຄົນໃນສັງຄົມ ຖ້າເຄີຍຖຶກທ້າວຄຳແພງ ຄົງຄະນິດ ຕົວະຍົວະຫຼອກລວງໃຫ້ເຂົ້າມາແຈ້ງຄວາມເພີ່ມຕື່ມໄດ້ທີ່

ພະແນກສືບສວນ-ສອບສວນ ຫ້ອງຕຳຫຼວດ ກອງບັນຊາການ ປກສ ນວ ຕາມໂມງລັດຖະການ.

ຊົມຄລີບ

Related Posts

Leave a Reply

Your email address will not be published. Required fields are marked *