ເສົ້າສະຫຼົດ…!!! ເກີດເຫດ ຫຼົງຍິງຄົນຈົນເສຍຊີວິດ ຄິດວ່າແມ່ນໝູປ່າ(ມີຄລິບ)

ວັນທີ 11 ມັງກອນ 2022 ທີ່ຜ່ານມາ ເກີດເຫດ ຫຼົງຍິງຄົນຈົນເສຍຊີວິດ ໃນປ່າເຂດລ້ອງຫ້ວຍນໍ້າປູນ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ຍ້ອນການລັກລອບລ່າຍິງສັດປ່າ.

ເຈົ້າໜ້າທີ່ ປກສ ເມືອງວຽງພູຄາ ໃຫ້ຮູ້ວ່າ: ຜູ້ກໍ່ເຫດ ຫຼົງຍິງຄົນເສຍຊີວີດ ໃນຄັ້ງນີ້ ຊື່ ທ້າວ ແພປາ ອາຍຸ 31 ປີ ຢູ່ບ້ານນໍ້າຕະແລງ ເມືອງວຽງພູຄາ.

ຜ່ານການສອບສວນ ຜູ້ກ່ຽວ ສາລະພາບວ່າ: ໃນ ມື້ເກີດເຫດເວລາປະມານ 17:00 ໂມງ ຜູ້ກ່ຽວເອົາ ປືນແກັບ 1 ກະບອກ ເຂົ້າໄປຊອກຍິງສັດປ່າ ຢູ່ປ່າເຂດລ້ອງຫ້ວຍນໍ້າປູນ.

ຫຼັງຈາກ,ເລາະປ່າ ໄປໄດ້ໄລ ຍະໜຶ່ງ ໄດ້ເຫັນເງົາຄືໝູປ່າ ເໜັງໄປ-ມາ ຈຶ່ງຍິງປືນໃສ່ ແລ້ວໄດ້ຍິນສຽງຄົນຮ້ອງຂຶ້ນ ຈຶ່ງເຂົ້າໄປເບິ່ງ ພົບເຫັນຄົນນອນຂວໍ້າໜ້າເສຍຊີວິດ ແຕ່ບໍ່ຮູ້ວ່າເປັນຄົນຢູ່ໃດ.

ຈາກນັ້ນ,ຈຶ່ງໄດ້ກັບບ້ານ ແລ້ວແຈ້ງໃຫ້ຍາດພີ່ ນ້ອງ ແລະ ການຈັດຕັ້ງບ້ານ ໄປກວດເບິ່ງ ຈຶ່ງຮູ້ວ່າ ຜູ້ຖືກຍິງເສຍຊີວິດ ຊື່ ທ້າວ ແສງອາທິດ ອາຍຸ 34 ປີ, ພະນັກງານຄູສອນ ຢູ່ບ້ານວຽງສະຫວ່າງ.

ຜ່ານການຊັນນະສູດສົບຜູ້ເສຍຊີວີດ ພົບເຫັນຮ່ອງຮອຍລູກປືນແກັບ ຍິງເຂົ້າບໍລິເວນໜ້າເອິກ ແລະ ບໍລິເວນຂ້າງທ້ອງ ເບື້ອງຂວາ ຈໍານວນ 4-5 ຮູ ແລະ ຍັງພົບປືນແກັບ ຂອງຜູ້ເສຍຊິວິດ 1 ກະ ບອກ.

ເຈົ້າໜ້າທີ່ ໄດ້ກັກຕົວຜູ້ຖືກຫາ ພ້ອມທັງເກັບ ທ້ອນໂຮມເອົາອາວຸດ ປະເພດປືນແກັບ ຈໍານວນ 2 ກະບອກ ໄວ້ເປັນຫຼັກຖານ ເພື່ອດໍາເນີນຄະດີຕາມຂະບວນການກົດໝາຍຕໍ່ໄປ.

ຊົມຄລິບ:

ທີ່ມາ: ປກສ ແຂວງຫຼວງນ້ຳທາ

Related Posts

Leave a Reply

Your email address will not be published. Required fields are marked *