ແຈ້ງປິດດ່ານບໍ່ເຕ່ນ-ບໍ່ຫ່ານ ແລະ ດ່ານປາງໄຮ-ດ່ານຊາເຫີ ຊົ່ວຄາວ ເນື່ອງຈາກມີການລະບາດຂອງໂຄວິດ-19 ໃນຂອບເຂດ ເມືອງຫຼ້າ ສປ ຈີນ.
ຫົວໜ້າພະແນກການຕ່າງປະເທດແຂວງ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ນັບແຕ່ວັນທີ 21 ມັງກອນ 2022
ຄະນະສະເພາະກິດເມືອງຫຼ້າ ແຂວງ ຢຸນນານ ສປ ຈີນ ໄດ້ແຈ້ງປິດດ່ານເຂົ້າ-ອອກເມືອງຊົ່ວຄາວ ຊຶ່ງລວມທັງ ການຂົນສົ່ງສິນຄ້າຂ້າມແດນ ແລະ ປະເພດຕ່າງໆ ເນື່ອງຈາກວ່າໃນໄລຍະນີ້.
ມີການແຜ່ລະບາດຂອງພະຍາດໂຄວິດ-19 ໃນເຂດພື້ນທີ່ຕາແສງເມືອງມ້າງ ເມືອງຫຼ້າ. ເພື່ອຄວາມປອດໄພຕໍ່ກັບສະພາບດັ່ງກ່າວ ຈຶ່ງໄດ້ປິດດ່ານເປັນການ ຊົ່ວຄາວຄື:
1. ດ່ານປາງໄຮ-ດ່ານຊາເຫີ.
2. ດ່ານບໍ່ເຕ່ນ-ບໍ່ຫ່ານ.