ຟັງກັນແລ້ວຫວາ? “ເພງ ລໍພີ້ທີ່ເຂື່ອນນ້ຳງື່ມ” ສາວພອນ – ບ່າວແມັກຮັບບົດເປັນພະເອກ ນາງເອກເອັມວີ (ມີຄລິບ)

ວິນາທີນີ້ຕ້ອງຍົກໃຫ້ ສາວພອນ ຄົນດັງໃນສື່ສັງຄົມອອນລາຍທີ່ກາຍເປັນກະແສບໍ່ວ່າຈະຕີງໂຕເຮັດຫຍັງກໍໄດ້ຮັບຄວາມສົນໃຈຈາກສັງຄົມ ຫຼ້າສຸດກໍຍິ່ງຖືກຈັບຕາຂຶ້ນໄປອີກຫຼັງຈາກທີ່ເຟສບຸກທາງການຂອງ ຈິນຕະຫຼາ ພູນລາບ ນັກຮ້ອງດັງຂອງໄທໄດ້ອອກມາເປີດເຜີຍວ່າ ເອັມວີເພງໃໝ່ຂອງຕົນເອງຢ່າງ “ຄອຍອ້າຍທີ່ເຂື່ອນນໍ້າງື່ມ” (รอพี่ที่เขื่อนน้ำงึม) ຈະໄດ້ສາວພອນ ແລະ ບ່າວແມັກ ເຊິ່ງເປັນຄູ່ຮັກຄົນດັງຊາວສະຫວັນນະເຂດທີ່ກຳລັງເປັນກະແສໃນຂະນະນີ້.

ເພງນີ້ນອກຈາກຈິນຕະຫຼາແລ້ວ ຍັງໄດ້ນັກຮ້ອງຈາກລາວຢ່າງ ແພັດ ເພັດດາວອນ ມາຮ້ອງຮ່ວມນຳ ເຊິ່ງ ແພັດເອງກໍເປັນທີ່ຮູ້ຈັກກັນດີທັງຝັ່ງລາວ ແລະ ໄທ ຈາກການໄປຮ່ວມແຂ່ງຂັນຮ້ອງເພງໃນລາຍການ ເສິກວັນດວນເພງ. ເວົ້າໄດ້ວ່າ ເປັນການລວມໂຕຂອງຄົນດັງທີ່ເປັນທີ່ຮູ້ຈັກກັນທັງສອງຝັ່ງຂອງ.

ສຳລັບເພງ ຄອຍອ້າຍທີ່ເຂື່ອນນໍ້າງື່ມ, ເຟສບຸກທາງການຂອງຈິນຕະຫຼາໄດ້ເປີດເຜີຍວ່າ ຈະປ່ອຍໃຫ້ຟັງກັນໃນວັນທີ 25 ມັງກອນ 2022 ນີ້ ເຊິ່ງນັບຈາກມື້ນີ້ໄປກໍອີກບໍ່ເທົ່າໃດມື້ເທົ່ານັ້ນ. ມາຖ້າກັນວ່າ ບົດບາດຂອງ ສາວພອນ ແລະ ບ່າວແມັກ ໃນຖານະນາງເອກ ແລະ ພະເອກເອັມວີ ຈະເປັນແນວໃດ ກໍຕ້ອງມາລໍຖ້າເບິ່ງນຳກັນ.

ລ່າສຸດ ປ່ອຍອອກມາໃຫ້ໄດ້ເບິ່ງກັນແລ້ວພີ່ນ້ອງ ເອົາວ່າຈະມ່ວນສ່ຳໃດໄປຮັບຊົມພ້ອມໆ ກັນເລີຍ.

Related Posts

Leave a Reply

Your email address will not be published. Required fields are marked *