ສະພາບອາດອາທິດນີ້ ກົມອຸຕຸນິຍົມ ແລະ ອຸທົກກະສາດມີຄຳເຕືອນເຝົ້າລະວັງ ສະພາບອາກາດໜາວ ໃນວັນທີ 24 ຫາ 30 ມັງກອນ 2022

ເນື່ອງຈາກມວນອາກາດໜາວເຢັນຈາກປະເທດຈີນ ຈະມີກຳລັງແຮງເພີ່ມຂຶ້ນ ແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວດ້ວຍກຳລັງປານກາງ,
ສົມທົບກັບກະແສລົມຕາເວັນອອກ – ຕາເວັນອອກສ່ຽງເໜືອ ພັດປົກຄຸມເປັນສ່ວນໃຫຍ່, ຊື່ງຈະເຮັດໃຫ້ອຸນພະພູມອາກາດຈະເຢັນ ຫາ ໜາວເຢັນ ລົງ 1 ຫາ 3 ອົງສາ ຢູ່ແຂວງ ພາກເໜືອ, ໂດຍສະເພາະຢູ່ເຂດພູດອຍ ບັນດາແຂວງ ພາກເໜືອ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຍັງຈະໜາວ ເຢັນ ຫາ ໜາວເຢັນຫຼາຍ ແລະ ຈະມີຝົນຕົກໃນລະດັບຄ່ອຍພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ.

ແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບການປ່ຽນແປງໄວຂອງອຸນຫະພູມ, ອາກາດໜາວເຢັນຫຼາຍ.
ຊຶ່ງອາດຈະມີຜົນກະທົບຕໍ່ສຸຂະພາບໂດຍສະເພາະແມ່ນເດັກນ້ອຍ ແລະ ຜູ້ເຖົ້າ ຂໍໃຫ້ນຸ່ງຫົ່ມໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ, ພ້ອມທັງໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ເປັນປະຈຳ.
