ສະຫຼະໂສດແລ້ວ! ເຈົ້າສາວປ້າຍແດງ “ສຸພາວະດີ ພົງສະຫວັນ” ຈັດງານແບບລຽບງ່າຍ ແຕ່ມີຄວາມໝາຍ

ສະລະໂສດເປັນທີ່ຮຽບຮ້ອຍ ສຳລັບ “ສຸພາວະດີ ພົງສະຫວັນ” ພ້ອມສ້າງຄອບຄົວໃໝ່ກັບເຈົ້າບ່າວປ້າຍແດງ ທີ່ມີຊື່ວ່າ “ພອນໄຊ” ຫຼັງຈາກສຶກສາເບິ່ງໃຈກັນພໍສົມຄວນ ໃນທີ່ສຸດທັງ 2 ກໍຕັດສິນໃຈຕົກລົງ ປົງໃຈໃຊ້ຊີວິດຄູ່ຮ່ວມກັນ ເຮັດໃຫ້ມີມື້ງາມຍາມດີເກີດຂຶ້ນ ກໍຄືພິທີສູ່ຂໍ ໃນວັນທີ 22 ມັງກອນ 2022 ທີ່ຫາກໍຜ່ານມາ.

ງານສູ່ຂໍໄດ້ຈັດຂຶ້ນຕາມຮີດຄອງປະເພນີແບບລຽບງ່າຍແຕ່ອົບອຸ່ນ ທ່າມກາງຄວາມຍິນດີຂອງຄອບຄົວ ພີ່ນ້ອງ ແລະ ເພື່ອນມິດສະຫາຍ ແລະ ມ່ວນກໍຂໍສະແດງຄວາມຍິນດີນໍາເດີ້.

ຂອບໃຈຮູບພາບ: Johnnie Dragster, Phongsavanh Souphavady & Noung Ning.

ປັດຈຸບັນ ສຸພາວະດີ ຫຼື ບີ້ ເຮັດທຸລະກິດສ່ວນຕົວຢູ່ທີ່ສະຫວັນນະເຂດ.

Facebook: Phongsavanh Souphavadyຂໍຂອບໃຈແຫລ່ງຂໍ້ມູນຈາກ:  muan.la.

Related Posts

Leave a Reply

Your email address will not be published. Required fields are marked *