ແຈ້ງການເລື່ອງ ການປ່ຽນແປງຊື່ເອີ້ນນຳໜ້າ ບຸກຄະລາກອນສົງ ພ້ອມດ້ວຍກາຈ້ຳປະທັບຊື່ ໃນຄະນະບໍລິຫານງານພຣະສົງ

ແຈ້ງການເລື່ອງ ການປ່ຽນແປງຊື່ເອີ້ນນຳໜ້າ ບຸກຄະລາກອນສົງ ພ້ອມດ້ວຍກາຈ້ຳປະທັບຊື່ ໃນຄະນະບໍລິຫານງານພຣະສົງ.ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສ.ປ.ປ.ລາວ ນ້ອມນະມັດສະການແຈ້ງມາຍັງ ພຣະອາຈານ ປະທານ ອພສ ແຂວງ, ນະຄອນຫຼວງ ໃນຂອບເຂດທົ່ວປະເທດຊາບວ່າ : ໃນກອງປະຊຸມໃຫຍ່ ຜູ້ແທນພຣະສົງທົ່ວ ປະເທດ ສະໄໝທີ VIII ກອງປະຊຸມໄດ້ມີການຮັບຮອງກ່ຽວກັບການປັບປຸງບາງມາດຕາ ຂອງ ທັມມະນູນສົງລາວ ທີ່ເຫັນວ່າຍັງບໍ່ສອດຄ່ອງກັບສະພາບການປັດຈຸບັນ ດັ່ງນັ້ນ ຈິ່ງຂໍນ້ອມນະມັດສະການແຈ້ງໃຫ້ຊາບວ່າ :

1. ໃຫ້ຍົກເລີກ ຊື່ເອີ້ນນຳໜ້າທີ່ເປັນນາມມະຍົດຕາມ ມາດຕາ 36 ໃຫ້ໃຊ້ຊື່ເອີ້ນນຳໜ້າຕາມທີ່ເຄີຍ ປະຕິບັດມາວ່າ ພຣະອາຈານໃຫຍ່ ຫຼື ພຣະອາຈານ ຕາມຄວາມເໜາະສົມ.2. ໃຫ້ຍົກເລີກ ການນຳໃຊ້ກາຈ້ຳປະທັບຊື່ເອີ້ນນຳໜ້າທີ່ເປັນນາມມະຍົດ ໃຫ້ໃຊ້ຊື່ເອີ້ນນຳໜ້າຕາມທີ່ເຄີຍ ປະຕິບັດມາວ່າ ພຣະອາຈານໃຫຍ່ ຫຼື ພຣະອາຈານ ຕາມຄວາມເໜາະສົມ.

ອີງຕາມໃບແຈ້ງການ ຂອງສູນກາງອົງການພຸດທະສາສະໜາສັມພັນແຫ່ງ ສ.ປ.ປ.ລາວ ເລກທີ 01/ອພສ ນະຄອນຫລວງວຽງຈັນ,ວັນທີ 17 ມັງກອນ 2022ຂ່າວຈາກ : ສູນກາງ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ.

Related Posts

Leave a Reply

Your email address will not be published. Required fields are marked *