ຜູ້ແຕ່ງເພງ ໄດ້ຂຽນໜັງສືຂໍໂທດເຖິງການຈັດຕັ້ງແລ້ວ

ຜູ້ແຕ່ງເພງ “ເຮັດນົມສາບໍ່ຕ້ອງເຮັດນາ” ໄດ້ຂຽນໜັງສືຂໍໂທດເຖິງການຈັດຕັ້ງແລ້ວ.

ດ່ວນ! ຜູ້ແຕ່ງເພງ ເຮັດນົມສາບໍ່ຕ້ອງເຮັດນາ ແລະເພງ ອະສຽບອະ ໄດ້ຂຽນຫນັງຂໍໂທດເຖິງການຈັດຕັ້ງພັກ-ລັດ ແລະສັງຄົມ ກ່ຽວກັບເນື້ອຫາເພງທີ່ມີເນື້ອໃນລາມົກອານາຈານ.

– ອີງຕາມ ກົດໝາຍ ວ່າດ້ວຍສິລະປະການສະແດງ ເລກທີ 16/ສພຊ, ລົງວັນທີ 04 ພຶດສະພາ 2017– ອີງຕາມ: ກົດໝາຍ ວ່າດ້ວຍສື່ມວນຊົນ ເລກທີ 01/ສພຊ, ລົງວັນທີ 04 ພະຈິກ 2015; ອີງຕາມແຈ້ງການ ຂອງຫ້ອງການກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ເລກທີ 17/ຫກ, ລົງວັນທີ 14 ມັງກອນ 2022;

– ອີງຕາມ: ບົດບັນທຶກກອງປະຊຸມລະຫວ່າງ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ແຂວງ ຫຼວງພະບາງ ແລະ ທ້າວ ພິມມະສອນ ພິລາຈັນ ຄັ້ງວັນທີ 17 ມັງກອນ 2022.

ຂ້າພະເຈົ້າ ຊື່ ທ້າວ ພິມມະສອນ ພິລາຈັນ, ສັນຊາດ ລາວ, ອາຍຸ 31 ປີບ້ານຢູ່ປັດຈຸບັນຊຽງແກ້ວ, ນະ ຄອນ ຫຼວງພະບາງ ແຂວງຫຼວງພະບາງ, ຂໍອອກມາຂໍໂທດຕໍ່ອົງການຈັດຕັ້ງພັກ-ລັດ ແລະປະຊາຊົນທຸກຊັ້ນຄົນໃນ ທົ່ວສັງຄົມ ຕໍ່ກັບບົດເພງທີ່ຕົນໄດ້ປະດິດຄິດແຕ່ງຂຶ້ນຊື່ເພງ.

ເຮັດນົມສາບໍ່ຕ້ອງເຮັດນາ ແລະ ເພງອະສຽບອະ ເຊິ່ງ ມີເນື້ອຫາລາມົກອະນາຈານ ບໍ່ສອດຄ່ອງກັບວັດທະນະທຳ ຮີດຄອງປະເພນີອັນດີງາມຂອງຊາດ, ທັງບໍ່ໄດ້ຜ່ານການ ກວດກາ ແລະອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ ເຮັດໃຫ້ເກີດມີຫາງສຽງສັງຄົມວິພາກວິຈານຕ່າງໆນາໆ ຂ້າພະ ເຈົ້າຈຶ່ງຂໍຍອມຮັບຜິດຊອບຕໍ່ການກະທໍາຜິດໃນຄັ້ງນີ້.

ຍ້ອນຄວາມຮູ້ເທົ່າບໍ່ເຖິງການ ແລະຂໍສືບບົດເພງດັ່ງກ່າວອອກ ຈາກທາງສືສັງຄົມອ່ອນລາຍຂອງຂ້າພະເຈົ້າທັງໝົດ. ຂໍໃຫ້ອົງການຈັດຕັ້ງພັກ-ລັດ ແລະປະຊາຊົນທຸກຊັ້ນຄົນໃນທົ່ວ ສັງຄົມ ໃຫ້ອະໄພແກ່ຂ້າພະເຈົ້າມານະໂອກາດນີ້ດ້ວຍ,

ຂ້າພະເຈົ້າຂໍປະຕິຍານວ່າ: ຖ້າຫາກກະທໍາຜິດອີກຄັ້ງ ຂໍໃຫ້ ອົງການ ຈັດຕັ້ງພັກ-ລັດ ດຳເນີນຄະດີ ຕາມລະບຽບ ແລະກົດໝາຍທີ່ໄດ້ກໍານົດໄວ້.

ຊົມຄຼິບ.

Related Posts

Leave a Reply

Your email address will not be published. Required fields are marked *