ເກີດແຜ່ນດິນໄຫວໃນບໍລິເວນເມືອງໄຊສະຖານ ແຂວງໄຊຍະບູລີ
ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດ ທົ່ວປະເທດ ໄດ້ລາຍງານສະພາບການເກີດແຜ່ນດິນໄຫວ ປະຈໍາວັນທີ 15 ມັງກອນ 2022 ໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍໃນປະເທດ ລາວ ຈໍານວນ 1 ຄັ້ງ,
ເວລາ 01:05 ໂມງ ຢູ່ບໍລິເວນເມືອງໄຊສະຖານ ແຂວງ ໄຊຍະບູລີ ຈຸດສູນກາງເສັ້ນຂະໜານທີ 19.48 ອົງສາເໜືອ, ສັ້ນແວງທີ 101.48 ອົງສາຕາເວັນອອກ ແລະ ຄວາມແຮງສັ່ນສະເທືອນວັດແທກໄດ້ 1.4 ຣີກເຕີ
ມີຄວາມເລິກຈາກໜ້າດິນປະມານ 10 ກິໂລແມັດ ເຊິ່ງຈຸດສູນກາງ ເກີດແຜ່ນດິນໄຫວແມ່ນຫ່າງຈາກຕົວເມືອງໄຊສະຖານ ປະມານ 22 ກິໂລ ແມັດ.
ເຫດການແຜ່ນດິນໄຫວເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.
