ຂ່າວດີ!! “ກັນຊາ”ມີສານຕໍ່ຕ້ານເຊື້ອໂຄວິດ
#ສຳນັກຂ່າວຕ່າງປະເທດລາຍງານວ່າ ງານວິໄຈຊິ້ນໃຫມ່ລ່າສຸດຕີພິມໃນວາລະສານ “ວາລະສານຜະລິດຕະພັນທຳມະຊາດ” (Journal of Natural Products)ໂດຍ
ທີມວິໄຈຈາກມະຫາວິທະຍາໄລ ໃນສະຫະລັດອາເມລິກາ ພົບວ່າ ສານທີພົບໃນກັນຊາ 2 ຊະນິດ ສາມາດປ້ອງກັນບໍ່ໃຫ້ຮ່າງກາຍ ຕິດໄວຣັສໂຄວິດໄດ້ ແລະ ຍັງ ເຮັດໃຫ້ຕິດເຊື້ອສັ້ນລົງ.
ທີມນັກວິໄຈຄົ້ນພົບວ່າ ກຣົດແຄນນາບີນອຍ( cannabinoid acid) 2 ຕົວຄືກຣົດต “ຊີບີຈີເອ” ແລະ ກຣົດ “ຊີບີດີເອ” ທີ່ພົບໃນກັນຊົງ ຫລື ເຮມ( Hemp) ຊຶ່ງຢູ່ໃນຕະກຸນດຽວກັນກັບພືດກັນຊາ(cannabis) ນັ້ນສາມາດທີ່ຈະປ້ອງກັນການຕິດໂຄວິດ ໄດ້.
ເນື່ອງຈາກກຣົດທັງ 2 ຊະນິດຈະເຂົ້າໄປພັນແລະຫໍ່ຕົວຮອບໂປຣຕີນຫນາມຂອງໂຄໂຣນ່າໄວຣັສເອົາໄວ້ທຳຫນ້າທີ່ປ້ອງກັນໄວຣັສຈາກການເຂົ້າສູ່ເຊວຮ່າງກາຍມະນຸດ ແລະ ຄາດວ່າອາດຈະເປັນການຄົ້ນພົບວິທີໃຫມ່ໃນການແອງກັນ ແລະ ການຮັກສາໂລກໂຄວິດໃນອະນາຄົດ.
ຣິຊາດ ແສນ ບຣີແມນ ຫົວຫນ້າທີມວິໄຈບອກວ່າ ທັງກຣົດຊີບີດີເອ ແລະ ກຣົດຊີບີຈີເອ ສາມາດແລະກັ້ນການທຳງານຂອງໄວຣັສໂຄວິດ ໂດຍການວິໄຈຂອງເຮົາສະແດງໃຫ້ເຫັນວ່າສ່ວນປະກອບຂອງເຮມພ໌
ມີປະສິດທິພາບເທົ່າທຽມໃນການຕໍ່ຕ້ານໄວຣັສ ກາຍພັນໂຄວິດ ທີ່ ລວມໄປເຖິງ” ສາຍພັນອັນຟາ” ທີ່ ຖືກພົບເປັນຄັ້ງທຳອິດໃນອັງກິດ ແລະ ສາຍພັນເບຕ້າ ທີ່ພົບຄັ້ງທຳອິດໃນແອຟຣິກາໃຕ້ດ້ວຍ.
ແວນບຣີແມນ ກ່າວວ່າ ກຣົດຈາກເຮມພ໌ສາມາດໃຊ້ເພື່ປ້ອງກັນດານຕິດເຊື້ອໄວຣັສໂຄວິດ-19 ແລະ ຍັງມີຜົນເປັນເລີດທີ່ຊ່ວຍເຮັດໃຫ້ການຕິດເຊື້ອນັ້ນສັ້ນລົງເຊັ່ນກັນ.
ຢ່າງໃດກໍ່ຕາມ ງານວິໄຈຊິ້ນນີ້ຈຳເປັນຍັງຕ້ອງມີການສຶກສາເພີ່ມຕື່ມຕໍ່ໃນອະນາຄົດຕໍ່ໄປ.
Cr:เรื่องเล่าเช้านี้.
#ສືບຈາກຂ່າວ