ຫ້າມນາຍ ແລະ ພົນຕຳຫຼວດ ຕໍ່ກັບການປະພຶດຕົນໃນໂລກໂຊຊຽວມີເດຍ

– ອີງຕາມ ຄໍາສັ່ງເລກທີ 08/ກມສພ, ລົງວັນທີ 19 ມິຖຸນາ 1998 ຂອງກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ສະບັບເລກທີ 02/ຄລສພ, ລົງວັນທີ 24 ຕຸລາ 2010 ວ່າດ້ວຍວຽກງານປ້ອງກັນ ພັກ-ພະນັກງານໃນໄລຍະໃຫມ່, ຄໍາສັ່ງເລກທີ 1470/ປກສ ວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະແກ້ໄຂ ປະກົດການຫຍໍ້ທໍ້ໃນສັງຄົມ.

– ອີງຕາມ ກົດຫມາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ (ສະບັບປັບປຸງ) ສະບັບເລກທີ 20/ ສສພຊ, ລົງວັນທີ 09 ພຶດສະພາ 2017.

– ອີງຕາມ ກົດຫມາຍວ່າດ້ວຍການໂທລະຄົມມະນາຄົມ (ສະບັບປັບປຸງ) ສະບັບເລກທີ 06/ສພຊ, ລົງວັນທີ 21 ທັນວາ 2011 ແລະດໍາລັດເລກທີ 327/ລບ, ລົງວັນທີ 16 ກັນຍາ 2014 ແລະດໍາລັດເລກທີ 108/ປປທ, ລົງວັນ ທີ 18 ສິງຫາ 2008 ວ່າດ້ວຍກົດຫມາຍສື່ມວນຊົນ.

– ຕະຫຼອດໄລຍະຜ່ານມາພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະພັກ-ຄະນະນໍາແຕ່ລະຂັ້ນໃນ ກໍາລັງປ້ອງກັນຄວາມສະຫງົບ ໄດ້ຈັດຕັ້ງນໍາພາ-ສຶກສາອົບຮົມການເມືອງ-ແນວຄິດດ້ວຍຫຼາຍຮູບຫຼາຍວິທີ ແລະ ຫຼາຍລະດັບ ປະຕິບັດ ແລະ ປົກປ້ອງຄຸ້ມຄອງປ້ອງກັນພາຍໃນພັກ-ພາຍໃນກໍາລັງ ເປັນປະຈໍາປົກກະຕິ ສາມາດເຮັດໃຫ້ພາຍໃນ ພັກ-ພາຍໃນກົມກອງ ມີຄວາມປອດໄສຫນັກແຫນ້ນ ແລະເຂັ້ມແຂງ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ ປະຊາຊົນບັນດາເຜົ່າ ໄດ້ປະກອບສ່ວນເຮັດສໍາເລັດຫນ້າທີ່ການເມືອງຂອງຕົນໃນພາລະກິດປົກປັກຮັກສາຄວາມ ສະຫງົບສຸກຂອງຊາດ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.
– ອີງຕາມ ກົດຫມາຍວ່າດ້ວຍການໂທລະຄົມມະນາຄົມ (ສະບັບປັບປຸງ) ສະບັບເລກທີ 06/ສພຊ, ລົງວັນທີ 21 ທັນວາ 2011 ແລະດໍາລັດເລກທີ 327/ລບ, ລົງວັນທີ 16 ກັນຍາ 2014 ແລະດໍາລັດເລກທີ 108/ປປທ, ລົງວັນ ທີ 18 ສິງຫາ 2008 ວ່າດ້ວຍກົດຫມາຍສື່ມວນຊົນ.

ແຕ່ຄຽງຄູ່ກັນນັ້ນ ຄະນະບັນຊາບາງກົມກອງ-ບາງທ້ອງຖິ່ນ ຂາດຄວາມເອົາໃຈໃສ່ສຶກສາອົບຮົມການເມືອງ ນໍາພາແນວຄິດຕໍ່ຖັນແຖວນາຍ ແລະພົນຕໍາຫຼວດທີ່ຢູ່ໃຕ້ບັງຄັບບັນຊາ ອັນໄດ້ເຮັດໃຫ້ນາຍ ແລະພົ້ນຕໍາຫຼວດ ຈໍານວນຫນຶ່ງບໍ່ປະຕິບັດຕາມລະບຽບວິໄນ ແລະກົດຫມາຍຂອງກໍາລັງກໍານົດເອົາໄວ້ ມີການສວາຍໃຊ້ຫນ້າທີ່ຕໍາແຫນ່ງ

ເພື່ອຫາຜົນປະໂຫຍດສ່ວນຕົວ, ພົວພັນກັບສິ່ງເສບຕິດ, ຄ້າຂາຍເຖື່ອນ, ໃຊ້ອໍານາດຫນ້າທີ່ໄປໃນທາງທີ່ບໍ່ຖືກຕ້ອງ. ການຄຸ້ມຄອງນໍາໃຊ້ອິນເຕີເນັດ, ເຟດບຸກ, ສື່ສັງຄົມອອນລາຍຕ່າງໆຜ່ານມາຍັງບໍ່ທັນດີ ເກີດມີຊ່ອງຫວ່າງເຮັດໃຫ້ກຸ່ມ ຄົນບໍ່ດີສວາຍໃຊ້ ແລະພິກປີ້ນຕ້ານຄືນກັບແນວທາງນະໂຍບາຍຂອງພັກ-ລັດ ແລະວຽກງານກໍາລັງປ້ອງກັນຄວາມ ສະເພື່ອສະກັດກັ້ນ ແລະ ແກ້ໄຂສະພາບຫຍໍ້ທໍ້ສັງຄົມຕິດພັນກັບການແກ້ໄຂບັນຫາຫຍໍ້ທໍ້ພາຍໃນ ກະຊວງປ້ອງກັນຄວາມສະຫງົບອອກຄຳສັ່ງ:

Related Posts

Leave a Reply

Your email address will not be published. Required fields are marked *