ຂໍຊີ້ແຈງການຖະແຫລງຂ່າວຂອງ (ສຕລ) ຄັ້ງວັນທີ 07 ມັງກອນ 2022 .

ສະຫະພັນບານເຕະແຫ່ງຊາດລາວ ຂໍຊີ້ແຈງການຖະແຫລງຂ່າວຂອງ (ສຕລ) ຄັ້ງວັນທີ 07 ມັງກອນ 2022 .

ກ່ຽວກັບກໍລະນີການລ໋ອກສະກໍບານ ທີ່ໄດ້ລະບຸໃນງານຖະແຫຼງຂ່າວ.

ເຊິ່ງກໍລະນີລົ້ມບານແມ່ນເປັນໜຶ່ງໃນເຫດຜົນສຳຄັນທີ່ສົ່ງຜົນກະທົບໃຫ້ມີຂໍ້ຈຳກັດໃນການຄັດເລືອກນັກກິລາບານເຕະເຂົ້າຮັບໃຊ້ທີມຊາດລາວ ໂດຍນັກກິລາທີ່ມີຄວາມສາມາດຈຳນວນໜຶ່ງໄດ້ຖືກລົງວິໄນຫ້າມກ່ຽວຂ້ອງກັບທຸກໆກິດຈະກຳບານເຕະທັງພາຍໃນ ແລະ ຕ່າງປະເທດ.

ພາຍຫຼັງຂໍ້ມູນການຖະແຫຼງຂ່າວໄດ້ຖືກເຜ່ຍແຜ່ອອກໄປສູ່ສື່ຕ່າງໆ ສຕລ ເຫັນວ່າຂໍ້ມູນ ທີ່ສັງຄົມໄດ້ຮັບນັ້ນ ແມ່ນຍັງບໍ່ຄົບຖ້ວນ.

ສະນັ້ນ, ສະຫະພັນບານເຕະແຫ່ງຊາດລາວຈຶ່ງຂໍຊີ້ແຈງເພີ່ມຕື່ມກ່ຽວກັບກໍລະນີທີ່ຖືກຕັດສິນລົງວິໄນ ຕໍ່ກັບນັກກິລາບານເຕະລາວ ແມ່ນກໍລະນີສະສົມທີ່ເກີດຂຶ້ນຈາກການແຂ່ງຂັນໃນປີ 2015, 2016 ແລະ 2017 ເຊິ່ງລວມມີດັ່ງນີ້ :

– ປີ 2017 ມີຄຳຕັດສິນລົງວິໄນກໍລະນີທີ່ເກີດຂຶ້ນຈາກການແຂ່ງຂັນປີ 2015-2016 ຈຳນວນ 20 ກໍລະນີ ໂດຍທັງໝົດຖືກຕັດສິນຫ້າມກຽ່ວຂ້ອງກັບທຸກໆກິດຈະກຳບານເຕະຕະຫຼອດຊີວິດຈາກສະຫະພັນບານເຕະອາຊີ ( AFC ) ພ້ອມທັງຂະຫຍາຍໂທດດັ່ງກ່າວໃຫ້ຄວບຄຸມທົ່ວໂລກໂດຍສະຫະພັນບານເຕະນານາຊາດ( FIFA);

– ປີ 2018 ມີຄຳຕັດສິນລົງວິໄນກໍລະນີທີ່ເກີດຂຶ້ນຈາກການແຂ່ງຂັນໃນປີ 2017 ຈຳນວນ 8 ກໍລະນີ ໂດຍທັງໝົດຖືກຕັດສິນຫ້າມກຽ່ວຂ້ອງກັບທຸກໆກິດຈະກຳບານເຕະໃນໄລຍະ 20 ເດືອນ ແລະ 12 ເດືອນ ຈາກສະຫະພັນບານເຕະອາຊີ ( AFC ) ພ້ອມທັງຂະຫຍາຍໂທດດັ່ງກ່າວໃຫ້ຄວບຄຸມທົ່ວໂລກໂດຍສະຫະພັນບານເຕະນານາຊາດ( FIFA);

– ໃນປີ 2018 ມີຄຳຕັດສິນລົງວິໄນກໍລະນີທີ່ເກີດຂຶ້ນຈາກການແຂ່ງຂັນໃນປີ 2017 ຈຳນວນ 15 ກໍລະນີ ໂດຍທັງໝົດຖືກຕັດສິນຫ້າມກ່ຽວຂ້ອງທຸກໆກິດຈະກຳບານເຕະແບບບໍ່ມີກຳນົດຈາກສະພັນບານເຕະແຫ່ງຊາດລາວ;

– ປີ 2020 ມີຄຳຕັດສິນລົງວິໄນກໍລະນີທີ່ເກີດຂຶ້ນຈາກການແຂ່ງຂັນ ປີ2017 ຈຳນວນ 3 ກໍລະນີ ໂດຍທັງໝົດຖືກຕັດສິນຫ້າມກຽ່ວຂ້ອງກັບທຸກໆກິດຈະກຳບານເຕະຕະຫຼອດຊີວິດຈາກສະຫະພັນບານເຕະອາຊີ ( AFC ) ພ້ອມທັງຂະຫຍາຍໂທດດັ່ງກ່າວໃຫ້ຄວບຄຸມທົ່ວໂລກໂດຍສະຫະພັນບານເຕະນານາຊາດ( FIFA).

ສຕລ ຂໍແຈ້ງໃຫ້ຊາບວ່າການ ສ້າງຄວາມເຂົ້າໃຈຜິດ ແລະຄວາມເສຍຫາຍ ໂດຍການນຳໃຊ້ຮູບພາບບຸກຄົນລວມທັງນັກກິລາ ແລະ ຄະນະຄູຝຶກທີ່ນຳພາໃນການແຂ່ງຂັນ AFF Suzuki cup 2020 ແລະ ລາຍການອື່ນໆ ທີ່ບໍ່ມີສ່ວນກ່ຽວຂ້ອງການກະທຳຜິດດັ່ງກ່າວ ອາດນຳໄປສູ່ຂະບວນການຮ້ອງຟ້ອງຕາມກົດໝາຍ.

ສຕລ ຂໍຢືນຢັນການປະຕິບັດນະໂຍບາຍຢ່າງເຂັ້ມງວດ ແລະ ເດັດຂາດ ໂດຍການຮ່ວມມືກັບ FIFA, AFC, ຄູ່ຮ່ວມມື ແລະ ເຈົ້າໜ້າທີທີ່ກ່ຽວຂ້ອງ ໃນການຕໍ່ຕ້ານທຸກຮູບການຂອງການລ໋ອກສະກໍ (ລົ້ມບານ).

ຂອບໃຈ.

Related Posts

Leave a Reply

Your email address will not be published. Required fields are marked *