News

ເອກະພາບກັນແລ້ວ! ຄ່າໃຊ້ຈ່າຍຕ່າງໆສຳລັບແຮງງານລາວຈະໄປເຮັດວຽກຢູ່ໄທ

ລັດຖະບານ ສອງຝ່າຍ ໄດ້ເຫັນດີເປັນເອກະພາບກັນແລ້ວ ກ່ຽວກັບຄ່າໃຊ້ຈ່າຍຕ່າງໆ ສຳລັບຜູ້ອອກແຮງງານລາວ ທີ່ຈະເດີນທາງໄປເຮັດວຽກຢູ່ປະເທດໄທ ໃນໄລຍະທີ່ຍັງມີການລະບາດຂອງເຊື້ອພະຍາດໂຄວິດ-19.

ໃນວັນທີ11 ມັງກອນ 2022 ທີ່ ກະຊວງ ຮສສ.ໄດ້ມີກອງປະຊຸມກະກຽມການຈັດສົ່ງແຮງງານລາວໄປເຮັດວຽກຢູ່ປະເທດໄທ ໃນຊ່ວງການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19, ໂດຍເປັນປະທານ ຂອງ ທ່ານພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ),

ອີງຕາມຜົນຂອງກອງປະຊຸມວິຊາການລາວ-ໄທ ກ່ຽວກັບ ການແກ້ບັນຫາແຮງງານລາວທີ່ຍັງເຮັດວຽກຢູ່ປະເທດ ແລະ ການກະກຽມຈັດສົ່ງແຮງງານລາວໄປເຮັດວຽກຢູ່ປະເທດໄທ, ລວມທັງ ການກະກຽມການຈັດສົ່ງແຮງງານລາວໄປເຮັດວຽກຢູ່ປະເທດໄທ ໃນໄລຍະການລະບາດຂອງພະຍາດໂຄວິດ 19, ເຊິ່ງໃນເອກະສານດັ່ງກ່າວ ກໍໄດ້ມີການລະບຸຢ່າງລະອຽດ ກ່ຽວກັບ.

ບໍລິສັດຈັດຫາງານຕ້ອງແຈ້ງລາຍການເອກະສານຕ່າງໆທີ່ຕ້ອງປະກອບ ແລະ ຄ່າໃຊ້ຈ່າຍຕ່າງໆ ເປັນຕົ້ນແມ່ນ ເອກະສານ, ໜັງສືຜ່ານແດນ; ໃບຢັ້ງຢືນກວດເຊື້ອພະຍາດໂຄວິດ19 ແລະ ໃບຢັ້ງຢືນກວດພະຍາດຕ້ອງຫ້າມ 6 ຊະນິດ, ນອກນີ້ ຍັງມີການລະບຸຕື່ມວ່າ: ຄ່າໃຊ້ຈ່າຍ ສຳລັບນາຍຈ້າງຮັບຜິດຊອບ ຈະມີຄ່າກວດໂຄວິດ 2 ຄັ້ງ (ຢູ່ປາຍ ທາງ) 2.600 ບາດ.

ຄ່າກັກໂຕ 7-14 ວັນ 3.500-7.000 ບາດ, ຄ່າບໍລິການຈັດສົ່ງຢູ່ຕົ້ນທາງ ແລະ ປາຍທາງ, ສ່ວນຜູ້ອອກແຮງງານຈະຕ້ອງຮັບຜິດຊອບ ແມ່ນ ຄ່າລົງຕາວີຊາ 2 ປີ 2.000 ບາດ; ຄ່າບັດອະນຸຍາດເຮັດວຽກ 2 ປີ 1.900 ບາດ.

ເຊິ່ງທັງໝົດນີ້ ຈະເປັນກົນໄກໜຶ່ງໃນການຊ່ວຍຫຼຸດຜ່ອນຈຳນວນຜູ້ອອກແຮງງານລາວ ທີ່ລັກລອບໄປເຮັດວຽກຢູ່ປະເທດໄທແບບຜິດກົດໝາຍ ແລະ ປັດຈຸບັນ ກໍ່ເປັນປະກົດການທີ່ມີນາຍໜ້າເຖື່ອນເຄື່ອນໄຫວເອົາແຮງງານລາວໄປເຮັດວຽກຢູ່ປະເທດໄທ ເນື່ອງຈາກນາຍຈ້າງໄທ ຍັງສຶບຕໍ່ຈ້າງແຮງງານທີ່ຜິດກົດໝາຍຢູ່ ເຊິ່ງການລັກລອບໄປເຮັດວຽກຢູ່ປະເທດໄທ ເຮັດໃຫ້ຜູ້ອອກແຮງງານຕ້ອງໄດ້ເສຍຄ່າໃຊ້ຈ່າຍຫຼາຍກວ່າປົກກະຕິ ແລະ ຍັງມີຄວາມສ່ຽງຕໍ່ກັບການຖືກຫຼອກລວງ ແລະ ຕົກເປັນເຫຍື່ອຂອງການຄ້າມະນຸດ.

ຄ່າກວດຫາ 6 ພະຍາດຕ້ອງຫ້າມ 500; ຄ່າປະກັນສຸຂະພາບ 2 ປີ 3.200 ຫຼື 4 ເດືອນ 990 ບາດ, ຄ່າສັກວັກຊິນຂອງທ່ານໝໍ 50 ບາດ; ຄ່າທຳນຽມເອກະສານຕ່າງໆຢູ່ຕົ້ນທາງ. ເຊິ່ງບໍລິສັດຈັດຫາງານ ຕ້ອງກຳນົດການເກັບຄ່າບໍລິການໃຫ້ຊັດເຈນ ໂດຍທຸກບໍລິສັດແມ່ນຈະນຳໃຊ້ອັດຕາດຽວກັນ.

ທ່ານໃດສົນໃຈໄປເຮັດວຽກກໍຮຽກຮ້ອງໃຫ້ໄປແບບຖືກຕ້ອງຕາມລະບຽບການກົດໝາຍ, ບັນດາສູນບໍລິການຈັດຫານງານ ແລະ ບໍລິສັດຈັດຫາງານ ທີ່ທາງການກຳນົດໄວ້ ໂທລະສັບ 021 217738 ກົມພັດທະນາສີມືແຮງງານ ແລະ ຈັດຫາງານ ຫຼື ໂທສາຍດວ່ນແຮງງານ 1511 ໃນໂມງລັດຖະການ.

(ຂ່າວສານຮສສ: ເພັດສະໄໝ)

Related Articles

Leave a Reply

Your email address will not be published. Required fields are marked *

Back to top button