🇻🇳 🇱🇦 ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຕອນເຊົ້າວັນທີ 8 ມັງກອນ, ຄະນະຜູ້ແທນຂັ້ນສູງ ລັດຖະບານ ລາວ.
ໂດຍທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ນຳໜ້າ ໄດ້ເດີນທາງມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 8 ມັງກອນ ຫາວັນທີ 10 ມັງກອນ 2022, ພາຍຫຼັງພິທີຕ້ອນຮັບ,
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ. ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງການນຳຂັ້ນສູງຂອງຕ່າງປະເທດມາ ຫວຽດນາມ ໃນປີ 2022.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ເຫັນດີນຳກັນວ່າ ສອງປະເທດຕ້ອງສືບຕໍ່ເພີ່ມທະວີການຮ່ວມມື,
ໜູນຊ່ວຍເຊິ່ງກັນແລະກັນເພື່ອຮັບປະກັນການຮັກສາເອກະລາດ, ເປັນເຈົ້າຕົນເອງ, ໂດຍສະເພາະແມ່ນການເປັນເຈົ້າຕົນເອງໃນດ້ານເສດຖະກິດ. ສອງຝ່າຍຕ້ອງຊ່ວຍເຫຼືອເຊິ່ງກັນແລະກັນໃນການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ເພີ່ມທະວີການສົມທົບ, ລະດົມກຳລັງຈາກຄູ່ຮ່ວມມືສາກົນມາຮັບໃຊ້ກິດຈະການພັດທະນາປະເທດຊາດຂອງແຕ່ລະປະເທດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍກຽມພ້ອມໃຫ້ການຊ່ວຍເຫຼືອ ລາວ ຈົນສຸດຄວາມສາມາດຂອງຕົນເທົ່າທີ່ສາມາດເຮັດໄດ້ ເພື່ອປະກອບສ່ວນເຂົ້າໃນການແບ່ງປັນ, ຊ່ວຍເຫຼືອ ລາວ ແກ້ໄຂຄວາມຫຍຸ້ງຍາກ. ທ່ານນາຍົກລັດຖະມົນຕີກໍແຈ້ງໃຫ້ຊາບວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ມອບວັກຊິນກັນພະຍາດໂຄວິດ – 19 ຈຳນວນ 1 ລ້ານໂດສ.
ໃຫ້ແກ່ພັກ, ລັດ ແລະ ປະຊາຊົນ ລາວ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍສະເໜີໃຫ້ສອງຝ່າຍຍູ້ໄວການເຊື່ອມຕໍ່ໃນຂົງເຂດການຄົມມະນາຄົມຕາມທິດຕາເວັນອອກ – ຕາເວັນຕົກ ແລະ ເຊື່ອມຕໍ່ກັບບັນດາປະເທດ ອາຊຽນ, ພິເສດແມ່ນເສັ້ນທາງດ່ວນ ຮ່າໂນ້ຍ – ວຽງຈັນ,
ຢັ້ງຢືນ ຫວຽດນາມ ຈະສືບຕໍ່ສ້າງເງື່ອນໄຂເພື່ອໃຫ້ ລາວ ນຳໃຊ້ ທ່າກ່ຳປັ່ນຂອງ ຫວຽດນາມ, ພິເສດແມ່ນ ທ່າກ່ຳປັ່ນ ຫວູງອ໊າງ, ຊ່ວຍ ລາວ ເຊື່ອມຕໍ່ອອກສູ່ທະເລ ແລະ ກາຍເປັນສູນ logistic ຂອງພາກພື້ນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍສະເໜີໃຫ້ສອງຝ່າຍ ສ້າງກອບນິຕິກຳໃຫ້ມີສະຖຽນລະພາບ ແລະ ໂປ່ງໃສ, ສ້າງສະພາບແວດລ້ອມດຳເນີນທຸລະກິດທີ່ສະດວກໃຫ້ແກ່ວິສາຫະກິດສອງປະເທດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍສະເໜີໃຫ້ສອງຝ່າຍ ສ້າງກອບນິຕິກຳໃຫ້ມີສະຖຽນລະພາບ ແລະ ໂປ່ງໃສ, ສ້າງສະພາບແວດລ້ອມດຳເນີນທຸລະກິດທີ່ສະດວກໃຫ້ແກ່ວິສາຫະກິດສອງປະເທດ.
ໃນການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ກໍເປັນປະທານຮ່ວມ ພິທີປຸກລະດົມ ປີສາມັກຄີມິດຕະພາບ ຫວຽດນາມ – ລາວ, ລາວ – ຫວຽດນາມ ປີ 2022 ແລະ ກອງປະຊຸມຄະນະກຳມະການຮ່ວມມືທະວີພາຄີ ຄັ້ງທີ 44 ລະຫວ່າງລັດຖະບານ ຫວຽດນາມ ແລະ ລັດຖະບານ ລາວ.
ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ຍັງຈະເຂົ້າຢ້ຽມຄ່ຳນັບທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ; ມີການພົບປະກັບທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້.
ທີ່ມາ: https://vietnam.vnanet.vn/lao/ການພົບປະເຈ/506494.html