ນັກສຶກສາ ຕິດເຊື້ອ 3 ຄົນ

ວັນອາທິດ ວັນທີ 5 ກັນຍາ 2021, ສປປລາວ ກວດພົບຜູ້ຕິດເຊື້ອໂຄວິດເພີ່ມໃໝ່ 172 ຄົນ, ຕິດຢູ່ໃນຊຸມຊົນ 56 ຄົນ.

ການຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈຳວັນອາທິດ ວັນທີ 5 ກັນຍາ 2021. ກ່ຽວກັບ ສະພາບໂຄວິດ-19 ຢູ່ໃນ ສປປ ລາວ, ໃນໂລກ ແລະ ບາງຂໍ້ແນະນຳເພິ່ມເຕີມ ພ້ອມດ້ວຍ ທ່ານ ຖະໜອງ ທຳທອງ,

ຄະນະປະຈຳພັກນະຄອນຫຼວງ, ປະທານແນວລາວສ້າງຊາດ ຈະມາຖະແຫຼງຂ່າວກ່ຽວກັບ ມາດຕະການທີ່ຈະຕ້ອງປະຕິບັດໃນງານບຸນຫໍ່ເຂົ້າປະ ດັບດິນ.  ສະພາບການລະບາດພະຍາດໂຄວິດ ຢູ່ ສປປ ລາວ, ມາຮອດວັນທີ 4 ກັນຍາ 2021:

ໄດ້ກວດວິເຄາະທັງໝົດ 3,093 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 172 ຄົນເຊິ່ງຕິດເຊື້ອໃນຊຸມຊົນ 56 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ແລະ ກໍລະນີນໍາເຂົ້າ ມີ 116 ຄົນ.

ຈາກ ສະຫວັນນະເຂດ 68 ຄົນ, ສາລະວັນ 14 ຄົນ, ນະຄອນຫຼວງວຽງຈັນ 13 ຄົນ, ຈໍາປາສັກ 12 ຄົນ, ຄໍາມ່ວນ 5 ຄົນ, ແລະ ບໍລິຄໍາໄຊ 4 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.

ຈໍາປາສັກ 13 ຄົນ.

Related Posts

Leave a Reply

Your email address will not be published. Required fields are marked *