
ວັນທີ 7 ມັງກອນ 2022 ນີ້, ສະຫະພັນບານເຕະແຫ່ງຊາດລາວ ປະກາດປົດ ເຊວາໄຣ ເວັນກາດາຣາມ ຄູຝຶກຊາວສິງກະໂປ ຈາກຕໍາແໜ່ງຄູຝຶກທີມຊາດລາວ.

ຜົນງານທີມຊາດລາວ ພາຍໃຕ້ການຄຸມທີມຂອງ ເຊວາໄຣ ເວັນກາດາຣາມ ຄູຝຶກຊາວສິງກະໂປ ໄວ 52 ປີ ໃນ Aff Suzuki cup 2020 4 ນັດຂອງກຸ່ມ B ເສຍໃຫ້ ທີມຊາດຫວຽດນາມ 0-2, ເສຍໃຫ້ ທີມຊາດມາເລເຊຍ 0-4, ເສຍໃຫ້ ທີມຊາດອິນໂດເນເຊຍ 5-1 ແລະ ເສຍໃຫ້ ທີມຊາດກຳປູເຈຍ 0-3.

ສະຫຼຸບຕາຕະລາງຄະແນນຂອງກຸ່ມ B ອິນໂດເນເຊຍ ມີ 10 ຄະແນນເທົ່າກັບ ຫວຽດນາມ ແຕ່ອິນໂດເນເຊຍ ຍິງໄດ້ 13 ປະຕູ, ສ່ວນຫວຽດນາມ ຍິງໄດ້ 9 ຄະແນນ ເຂົ້າຮອບ 4 ທີມສຸດທ້າຍຕໍ່ໄປ, ສ່ວນ ມາເລເຊຍມີ 6 ຄະແນນ, ກຳປູເຈຍ ມີ 3 ຄະແນນ ແລະ ທີມຊາດລາວ ບໍ່ມີຄະແນນ ຍິງໄດ້ 1 ປະຕູ ເສຍ 14 ປະຕູ ຕົກຮອບ.

ທີມຊາດລາວ ພາຍໃຕ້ການຄຸມທີມຂອງ ຊຸນດຣາມມູນຕຣີ ຄູຝຶກຊາວສິງກະໂປ ໄວ 56 ປີ ຕົກຮອບແບບບໍ່ມີຄະແນນ 2 ຄັ້ງຕິດຕໍ່ກັນ ຕໍ່ຈາກປີ 2018 ເສຍທັງ 4 ນັດ ຍິງໄດ້ 3 ປະຕູ ເສຍໃຫ້ 12 ປະຕູ. ດັ່ງນັ້ນ ສຕລ ປະກາດປົດ ເຊວາໄຣ ເວັນກາດາຣາມ ອອກຈາກຕໍ່າແໜ່ງຄູຝຶກທີມຊາດລາວ ໂດຍໃຫ້ໄປພັດທະນາເຍົາວະຊົນ.

ຂໍ້ມູນ: ຂ່າວກິລາ Lao National TV
___@____