ວັນອາທິດ ວັນທີ 5 ກັນຍາ 2021, ສປປລາວ ກວດພົບຜູ້ຕິດເຊື້ອໂຄວິດເພີ່ມໃໝ່ 172 ຄົນ, ຕິດຢູ່ໃນຊຸມຊົນ 56 ຄົນ. ການຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈຳວັນອາທິດ ວັນທີ 5 ກັນຍາ 2021. ກ່ຽວກັບ ສະພາບໂຄວິດ-19 ຢູ່ໃນ ສປປ ລາວ, ໃນໂລກ ແລະ ບາງຂໍ້ແນະນຳເພິ່ມເຕີມ ພ້ອມດ້ວຍ ທ່ານ ຖະໜອງ ທຳທອງ, ຄະນະປະຈຳພັກນະຄອນຫຼວງ, ປະທານແນວລາວສ້າງຊາດ ຈະມາຖະແຫຼງຂ່າວກ່ຽວກັບ ມາດຕະການທີ່ຈະຕ້ອງປະຕິບັດໃນງານບຸນຫໍ່ເຂົ້າປະ ດັບດິນ. ສະພາບການລະບາດພະຍາດໂຄວິດ ຢູ່ ສປປ ລາວ, ມາຮອດວັນທີ 4 ກັນຍາ 2021:
ໄດ້ກວດວິເຄາະທັງໝົດ 3,093 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 172 ຄົນເຊິ່ງຕິດເຊື້ອໃນຊຸມຊົນ 56 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ແລະ ກໍລະນີນໍາເຂົ້າ ມີ 116 ຄົນ ຈາກ ສະຫວັນນະເຂດ 68 ຄົນ, ສາລະວັນ 14 ຄົນ, ນະຄອນຫຼວງວຽງຈັນ 13 ຄົນ, ຈໍາປາສັກ 12 ຄົນ, ຄໍາມ່ວນ 5 ຄົນ, ແລະ ບໍລິຄໍາໄຊ 4 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ. ລາຍລະອຽດ ຜູ້ຕິດເຊື້ອໃນຊຸມຊົນ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງແມ່ນເປັນຜູ້ສຳຜັດໃກ້ຊີດກັບຜູ້ຕິດເຊື້ອທີ່ຜ່ານມາ ລາຍລະອຽດດັ່ງນີ້:
• ສະຫວັນນະເຂດ 21 ຄົນ.
ຈໍາປາສັກ 13 ຄົນ.
• ຄໍາມ່ວນ 7 ຄົນ: ທັງໝົດແມ່ນ ພະນັກງານ ປກສ ຢູ່ຄ້າຍຄຸມຂັງ, ບ້ານຄຳຂີ້ໄກ່. • ຫຼວງນໍ້າທາ 5 ຄົນ.
• ສາລະວັນ 2 ຄົນ: ຄົນໃນຄອບຄົວດຽວກັນ (ຜົວ ແລະ ເມຍຕິດເຊື້ອ ເປັນພະນັກງານທັງສອງຄົນ)• ບໍ່ແກ້ວ 2 ຄົນ: ບ້ານຂຸນບົງ ມີປະຫວັດພົວພັນ ກັບບ້ານໃໝ່ສີເມືອງງາມ• ນະຄອນຫຼວງວຽງຈັນ 6 ຄົນ (ຄົນໃນຄອບຄົວດຽວກັນ):
1. ເພດຊາຍ, ອາຍຸ 24 ປີ, ບ້ານ ຫາດຊາຍຂາວ, ເມືອງຫາດຊາຍຟອງ, ອາຊີບ ພະນັກງານທະຫານ (ໂພນເຄັງ)- ຄົນໃນຄອບຄົວຕິດເຊື້ອ- ສັກຢາວັກຊີນຄົບ 2 ເຂັມ2. ເພດຊາຍ , ອາຍຸ 52 ປີ, ບ້ານ ຫາດຊາຍຂາວ, ເມືອງ ຫາດຊາຍຟອງອາຊີບ: ພະນັກງານທະຫານ (ໂພນເຄັງ)- ຄົນໃນຄອບຄົວຜູ້ຕິດເຊື້ອ- ໄດ້ສັກຢາວັນຊີນ 2 ເຂັມ – ພະຍາດປະຈຳໂຕ: ເບົາຫວານ ແລະ ຄວາມດັນເລືອດສູງ3. ເພດຍິງ, ອາຍຸ 19 ປີ, ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ, ອາຊີບ ຂາຍເຄື່ອງ Online – ຄົນໃນຄອບຄົວຕິດເຊື້ອ- ບໍ່ມີພະຍາດປະຈຳໂຕ ແລະ ຍັງບໍ່ໄດ້ສັກຢາວັນຊີນ4. ເພດຊາຍ, ເດັກອາຍຸ 8 ເດືອນ ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ- ຄົນໃນຄອບຄົວຕິດເຊື້ອ – ມີອາການວັນທີ 2/9: ໄຂ້, ນ້ຳມູກຍ້ອຍ 5. ເພດຍິງ , ອາຍຸ 52 ປີ ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງອາຊີບ: ພະນັກງານທະຫານ (ໂພນເຄັງ)- ຄົນໃນຄອບຄົວຕິດເຊື້ອ – ພະຍາດປະຈຳໂຕ: ເບົາຫວານ- ໄດ້ສັກຢາວັນຊີນ 2 ເຂັມ6. ເພດຊາຍ, ອາຍຸ 18 ປີ, ບ້ານຫາດຊາຍຂາວ, ເມືອງຫາດຊາຍຟອງອາຊີບ ນັກຮຽນ- ຄົນໃນຄອບຄົວຕິດເຊື້ອ- ບໍ່ມີພະຍາດປະຈຳໂຕ- ສັກຢາວັກຊີນ 2 ເຂັມ ສະຖານທີ່ສ່ຽງ ທີ່ຜູ້ຕິດເຊື້ອໄດ້ເດີນທາງໄປໃນນະຄອນຫຼວງ:
ວັນທີ 31/8: • ຮ້ານມ່າລ່າ ແຖວຊ້າງເຜືອກ• ຮ້ານຕັດຜົມຕໍ່ໜ້າບໍລິສັດ ສະກາຍ• ວັດທ່າແຂກ ເມືອງຫາດຊາຍຟອງ• ຮ້ານເສີມສວຍ ດອນນົກຂຸ້ມo ວັນທີ 1/9: • ຕະຫຼາດໜອງໄຮo ວັນທີ 2/9:• ຮ້ານ J-mark ສາຂາທາດຫຼວງ• ຮ້ານ 365 ຢູ່ຫຼັກ 8 o ວັນທີ 3/9:• ຮ້ານອາຫານ ຊັ້ນ 6 ຢູ່ໄອເຕັກ ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້. ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 15,933 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 5,464 ຄົນ. ສຳລັບ ບ້ານແດງທີ່ຖືກກຳນົດເປັນບ້ານແດງໃໝ່ໃນນະຄອນຫຼວງວຽງຈັນ ມີ 1 ບ້ານຄື: ບ້ານຫາດຊາຍຂາວ, ເມືອງຫາດຊາຍຟອງ • ຜູ້ທີ່ມີຈຸດປະສົງຢາກກວດຊອກຫາເຊື້ອໂຄວິດ-19 ສຳລັບ ນະຄອນຫຼວງວຽງຈັນນີ້ ແມ່ນ ຢູ່ຈຸດເກັບຕົວຢ່າງບຶງຂະຫຍອງ ເຊິ່ງເປີດໃຫ້ບໍລິການບັນດາທ່ານທຸກວັນ (ວັນຈັນ ຫາ ວັນອາທິດ) ໃນຕອນເຊົ້າ ເວລາ 9:00-12:00 ໂມງ ແລະ ຍັງມີທີມງານເກັບຕົວຢ່າງເຄື່ອນທີ່ໄປເກັບໃນສະຖານທີ່ທີ່ມີລາຍງານຄົນເຈັບຕິດເຊື້ອ.• ສຳລັບແຂວງ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະຖານທີ່ທີ່ກຳນົດໄວ້. ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ•
ວັນທີ 4 ກັນຍາ 2021 ມີຜູ້ເດີນທາງຜ່ານເຂົ້າມາດ່ານຕ່າງໆໃນ ສປປ ລາວ ຈໍານວນ ທັງໝົດ 1,872 ຄົນ. • ປັດຈຸບັນ ທົ່ວປະເທດມີສູນຈຳກັດບໍລິເວນທີ່ຍັງເປີດຢູ່ 90 ສູນ ແລະ 54 ໂຮງແຮມ, ມີຜູ້ຈຳກັດບໍລິເວນ 8,144 ຄົນ. ຕໍ່ໄປນີ້ ຂ້າພະເຈົ້າຂໍລາຍງານສະພາບການຕິດເຊື້ອໃນທົ່ວໂລກ: • ປັດຈຸບັນ ທົ່ວໂລກມີລາຍງານຜູ້ຕິດເຊື້ອສະສົມທັງໝົດ 221.073.029 (488.429 ໃໝ່), ເສຍຊິວິດທັງໝົດ 4.574.376 (8.256 ໃໝ່), ປີ່ນປົວຫາຍດີ 197.562.639 (481.127 ໃໝ່). ສໍາລັບ 3 ອັນດັບ ປະເທດທີ່ມີຜູ້ຕິດເຊື້ອ ແລະ ເສຍຊິວິດຫຼາຍກວ່າໝູ່ໃນໂລກ ກໍ່ຍັງແມ່ນ ສະຫະລັດອາເມລິກາ, ອິນເດຍ ແລະ ບຣາຊິວ. • ບັນດາປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ- ປະເທດ ໄທ ມີຜູ້ຕິດເຊື້ອ 15,942 ແລະ ເສຍຊີວິດໃນມື້ດຽວ 257 ຄົນ, ຮອງລົງມາ ແມ່ນ ຫວຽດນາມມີລາຍງານຜູ້ຕິດເຊື້ອໃໝ່ປະຈໍາວັນ 9,566 ຄົນ ແລະ ເສຍຊີວິດໃນມື້ດຽວ 347 ຄົນ.
ສະຖານະການ ການລະບາດຂອງພະຍາດນີ້ທັງໃນທົ່ວໂລກ ແລະ ໃນປະເທດເຮົາ ຍັງໜ້າເປັນຫ່ວງ, ຕົວເລກການຕິດເຊື້ອໃນຊຸມຊົນ ໃນ ສປປລາວ ໄດ້ເພີ້ມຂື້ນຢ່າງຕໍ່ເນື່ອງ, ການຕິດເຊື້ອນີ້ແມ່ນເກີດຂື້ນໃນຫຼາຍສາຂາອາຊີບ ທັງພະນັກງານດ່ານໜ້າ, ພະນັກງານລັດຖະກອນ, ບໍລິສັດເອກະຊົນ, ອົງການຈັດຕັ້ງ, ຊາວຄ້າຂາຍ ແລະ ອື່ນໆ;
ເພື່ອຫຼີກລ້ຽງ ແລະ ຕັດວົງຈອນ ຂອງພະຍາດ ພວກເຮົາທຸກຄົນ ແມ່ນຕ້ອງ ພ້ອມໃຈກັນປະຕິບັດຕາມແຈ້ງການສະບັບເລກທີ 1094/ຫສນຍ, ລົງວັນທີ 31 ສິງຫາ 2021, ຄໍາສັ່ງຂອງເຈົ້າຄອງນະຄອນຫຼວງ ສະບັບເລກທີ 015/ຈນວ, ລົງວັນທີ 30 ສິງຫາ 2021 ແລະ ແຈ້ງການ ຂອງແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ສະບັບເລກທີ 378/ນຊ.ນວ, ລົງວັນທີ 3 ກັນຍາ 2021, ແຈ້ງການ ແລະ ຄໍາສັ່ງທັງໝົດທີ່ໄດ້ວາງອອກ ເພື່ອສະກັດກັ້ນການຕິດເຊື້ອ ບໍ່ໃຫ້ແຜ່ລະບາດເປັນວົງກວ້າງໃນຊຸມຊົນ. ສະນັ້ນ ອີກເທື່ອນື່ງ ໃນງານບຸນປະເພນີ ບຸນຫໍ່ເຂົ້າປະດັບດິນ ທີ່ຈະມາເຖິງໃນວັນຈັນ ວັນທີ 6 ກັນຍາ ນີ້ ແມ່ນ ຫ້າມໃສ່ບາດ ແລະ ວຽນທຽນ ຕໍ່ໄປ ຂ້າພະເຈົ້າ ຈະຂໍອ່ານແຈ້ງການ ຂອງແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ສະບັບເລກທີ 378/ນຊ.ນວ, ລົງວັນທີ 3 ກັນຍາ 2021 ດັ່ງຕໍ່ໄປນີ້:
ຂໍຮຽກຮ້ອງມາຍັງ ພໍ່ແມ່, ພີ່ນ້ອງ, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ຈົ່ງພ້ອມໃຈກັນ ປະຕິບັດການດໍາລົງຊິວິດປົກກະຕິແບບໃໝ່ (new normal) ເປັນຕົ້ນ ຫຼີກເວັ້ນການເດີນທາງໄປສະຖານທີ່ສ່ຽງ, ສະຖານທີ່ແອອັດ, ຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ-ດັງ, ລ້າງມືເລື້ອຍໆດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມືທີ່ມີທາດເຫຼົ້າ 70% ຂື້ນໄປ, ຮັກສາມາລະຍາດໃນການໄອ-ຈາມ, ອະນາໄມຂ້າເຊື້ອຈຸດສ່ຽງ ແລະ ຫ້າມຊຸມແຊວກັນເປັນກຸ່ມ; ພວກເຮົາທຸກຄົນ ຕ້ອງຮ່ວມແຮງຮ່ວມໃຈ ແລະ ສາມັກຄີກັນ, ເພື່ອພ້ອມກັນຜ່ານຜ່າວິກິດນີ້ໄປດ້ວຍກັນ ແລະ ສາມາດກັບມາດຳລົງຊີວິດປົກກະຕິໂດຍໄວ.
Cr: Lao National Radio