ຂ່າວດີ ສປ ຈີນ ໄດ້ຄົ້ນພົບ ແລະ ທົດລອງ ຢາປິ່ນປົວພະຍາດໂຄວິດ-19 ຈາກສາຍພັນໂອມິຄຣອນໄດ້

ຂ່າວດີ ສປ ຈີນ ໄດ້ຄົ້ນພົບ ແລະ ທົດລອງ ຢາປິ່ນປົວພະຍາດໂຄວິດ-19 ຈາກສາຍພັນໂອມິຄຣອນໄດ້.

ດຣ. ລາຫຸນ ຈັນທະບຸດ ຜູ້ອຳນວຍການບໍລິສັດ ວິສະຫະກິດໂຮງງານຜະລິດຢາເລກ 3 ລາຍງານກ່ຽວກັບການຜະລິດ ແລະ ສະໜອງຢາປີ່ນປົວພະຍາດໂຄວິດ ໃນ ສປປລາວ ວ່າ.

ພວກເຮົາກໍ່ໄດ້ຮັບຟັງກ່ຽວກັບການຖະແຫຼງການກ່ຽວກັບການນຳໃຊ້ຢາປີ່ນປົວພະຍາດໂຄວີດ-19 ທີ່ ສປປລາວ ເຮົາສາມາດຜະລິດມານຳໃຊ້ ຖືວ່າເປັນຂ່າວດີຂອງສັງຄົມລາວທີ່ໄດ້ນຳໃຊ້ຢາປີ່ນປົວຢ່າງມີປະສິດທິພາບ ແລະ.

ຂ່າວດີອີກຢ່າງໜື່ງ ໃນບໍ່ດົນມານີ້ ທາງ ສປ ຈີນ ກໍ່ໄດ້ຄົ້ນພົບ ແລະ ທົດລອງນຳໃຊ້ຢາປີ່ນປົວພະຍາດໂຄວິດ-19 ທີ່ສາມາດຢັບຢັ້ງ ແລະ ປີ່ນປົວຜູ້ທີ່ຕິດເຊື້ອຈາກສາຍພັນໂອມິຄຣອນໄດ້.

ສະນັ້ນຖືວ່າການຄົ້ນຄ້ວາໃນຄັ້ງນີ້ອາດຈະເປັນຂ່າວດີທີ່ພວກເຮົາຈະສາມາດຢັບຢັ້ງ ແລະ ຄວບຄຸມສະພາບການລະບາດໄດ້ ແຕ່ທັງນີ້ກໍ່ຕ້ອງຄຽງຄູ່ໄປກັບການເລັ່ງສັກຢາວັກຊີນໃຫ້ສູງຕາມເປົ້າໝາຍ.

Related Posts

Leave a Reply

Your email address will not be published. Required fields are marked *