ສະຖິຕິໃໝ່ ອາເມຮິກາ

🔥 🔥 04/01/2022 ສ. ອາເມລິກາ 🇺🇸 ສ້າງສະຖິຕິໃຫມ່ ໃນປະເທດ ແລະ ໃນໂລກ ອີກຄັ້ງ ເມື່ອມີຕົວເລກຜູ້ຕິດເຊື້ອໂຄວິດ ພາຍໃນມື້ດຽວ ສູງເຖິງ 1 ລ້ານກ່ວາຄົນ.

ໂດຍສູນຄວບຄຸມ ແລະ ປ້ອງກັນການລະບາດ ເຊື້ອ ໂຄ ວິ ດ 19 ຂອງ ສ.ອາເມລິກາ ລາຍງານໃນວັນທີ 03/01/2022 ນີ້ວ່າ ມີຜູ້ຕິດເຊື້ອທົ່ວປະເທດໃນໄລຍະເວລາ 24 ຊົ່ວໂມງ ຢູ່ທີ 1,045,968 ຄົນ,

ເປັນສະຖິຕິໃຫມ່ ຕັ້ງແຕ່ເຄີຍມີການລະບາດເປັນຕົ້ນມາ ເຮັດໃຫ້ມີຍອດຜູ້ຕິດເຊື້ອສະສົມ ທົ່ວປະເທດແລ້ວ 57,746,047 ຄົນ ເສຍຊີວິດ 850,027 ຄົນ,

ພ້ອມທັງ ເຊື້ອ Omicron ໄດ້ຖືກຂະຫນານນາມ ເປັນເຊື້ອ ທີ່ມີການແຜ່ລະບາດໄວທີ່ສຸດ ໃນປະຫວັດສາດ ຂອງມວນມະນຸດ.

ທີ່ມາ: Times Magazine

Related Posts

Leave a Reply

Your email address will not be published. Required fields are marked *