
ປະເທດລາວຈະເລີ່ມກາຍເປັນສູນກາງໂລຊິດສະຕິກຂອງຫຼາຍປະເທດໃນປີ 2022
ໂຄງການວຽງຈັນໂລຊິດສະຕິກ ພາກ ຈະກາຍເປັນຖານການຄ້າຂະໜາດໃຫຍ່, ທີ່ສາມາດເຊື່ອມຕໍ່ໂລກໄດ້ ກໍ່ຄືເຊື່ອມໂຍງກັບກຸ່ມປະເທດຈີນ ແລະເອີຣົບ ກໍ່ຄື ຈະສາມາດເປັນປະຕູສໍາຄັນໃນການເຊື່ອງໂຍງເຊື່ອມຈອດ ກັບໂລກ ແລະພາກພື້ນດ້ານການຄ້າໄດ້ ເຊິ່ງຈະປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມໃນອະນາຄົດຢ່າງຫຼວງຫຼາຍ.
ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດວຽງຈັນໂລຊິດສະຕິກພາກໃຫ້ສໍາພາດຕໍ່ສື່ມວນຊົນຜ່ານໂທລະພາບລາວແຫ່ງຊາດໃນວັນທີ 31 ທັນວາ 2021. ທ່ານ ຈັນທອນ ສິດທິໄຊໃຫ້ຮູ້ວ່າ: ວຽງຈັນໂລຊິດສະຕິກ ພາກເປັນໜຶ່ງຂອງໂຄງການໂລຈິດສະຕິກລິ້ງ ທີ່ເປັນຍຸດທະສາດຂອງລັດຖະບານວ່າດ້ວຍການຫັນປະເທດບໍ່ມີທາງອອກສູ່ທະເລເປັນປະເທດເຊື່ອມໂຍງເຊື່ອມຈອດດ້ານການຂົນສົ່ງການຄ້າ ແລະການບໍລິການການຄ້າຜ່ານແດນ.
ໂດຍສະເພາະທ່າບົກ-ທ່ານາແລ້ງນະຄອນຫຼວງວຽງຈັນທີ່ຢູ່ໃນໂຄງການວຽງຈັນໂລຊິດສະຕິກ ພາກ ຍັງສາມາດເຊື່ອມໂຍງເຂົ້າທາງລົດໄຟລາວ-ຈີນ ເຊິ່ງຍັງສາມາດເຊື່ອມໂລກໄດ້ຜ່ານໂຄງການລາວໂລຈິດສະຕິກລິ້ງ. ໃນເບື້ອງຕົ້ນການຮອງຮັບສິນຄ້າຂອງວຽງຈັນໂລຊິດສະຕິກ ຈະບໍລິການໄດ້ 500,000 ຕູ້ຄອນທິນເນີຕໍ່ປີ ສະເພາະໃນໄລຍະ 3 ປີທໍາອິດ.
ນອກນັ້ນ, ໃນອະດີດການຂົນສົ່ງສິນຄ້າ, ແມ່ນໜຶ່ງເດືອນຕໍ່ໜຶ່ງຮອບ, ແຕ່ໃນອະນາຄົດອັນໃກ້ນີ້ ລົດໄຟຈະສາມາດສົ່ງຂົນສົ່ງໄດ້ໜຶ່ງເດືອນຕໍ່ສີ່ຮອບ ແລະສາມາດສົ່ງອອກເປັນຈໍານວນໜ້ອຍກໍ່ໄດ້ ໂດຍການຮວມໂຕເຂົ້າກັບສິນຄ້າປະເພດດຽວກັບຜູ້ປະກອບການອື່ນໃນຕູ້ດຽວກັນໄດ້ ກໍ່ສາມາດສົ່ງອອກໄດ້ ແລະໄດ້ຮັບເງິນໄວ ເຊິ່ງເປັນການໄດ້ປຽບການປະຫຍັດຕົ້ນທຶນຄືໃນອະດີດການຂົນສົ່ງສິນຄ້າຕ້ອງເສຍຄ່າໃຊ້ຈ່າຍໃຫ້ກັບໂລຊິດສະຕິກ 30-40% ຂອງມູນຄ່າສິນຄ້າ ແຕ່ອະນາຄົດນີ້ຈະເສຍແຕ່ 15% ຂອງມູນຄ່າສິນຄ້າ.
ຫຼັງຈາກນັ້ນ, ຄາດວ່າຈະບໍລິການໄດ້ 1 ລ້ານຕູ້ຄອນທິນເນິຕໍ່ປີ. ທ່ານ ຈັນທອນ ຍົກຕົວຢ່າງໃຫ້ເຫັນວ່າ: ໃນເມື່ອກ່ອນການຂົນສົ່ງສິນຄ້າຈາກປະເທດລາວໄປຈີນ ຕ້ອງຜ່ານທ່າເຮືອໄທ ຈິ່ງສາມາດໄປຈີນໄດ້ ໃຊ້ເວລາ 30 ມື້ ແຕ່ປັດຈຸບັນໃຊ້ລົດໄຟລາວ-ຈີນ ເດີນທາງຈາກນະຄອນຫຼວງວຽງຈັນໄດ້ພຽງ 1 ວັນຮອດຄຸນໝິງປະເທດຈີນ.
ທ່ານ ສາຄອນ ພິລາງາມ ອໍານວຍການໃຫຍ່ທ່າບົກ-ທ່ານາແລ້ງ ໃຫ້ຮູ້ຕື່ມອີກວ່າ: ວັນທີ 1 ມັງກອນ 2022 ເປັນຕົ້ນໄປລົດຂົນສົ່ງສິນຄ້າທັງໝົດຈະເຂົ້າມາທາງດ່ານທ່າບົກທ່ານາແລ້ງ ເຊິ່ງເປັນດ່ານທາງການ ແລະຄຸ້ມຄອງໂດຍດໍາລັດວ່າດ້ວຍການຂົນສົ່ງສິນຄ້າ.
ທ່າບົກ-ທ່ານາແລ້ງຍັງກາຍເປັນຈຸດເຊື່ອມຕໍ່ຫຼາຍຮູບແບບຂອງພາກພື້ນ ແລະເປັນສະຖານນີລົດໄຟສາຍອາຊີ ເຊັ່ນ ສິນຄ້າຈາກ ສປ ຈີນຈະໄປໄທ, ຫວຽດນາມ, ກໍາປູເຈຍ, ມາເລເຊຍ ແລະມຽນມາ ຈະຕ້ອງມາຜ່ານທ່າບົກ-ທ່ານາແລ້ງ ໂດຍຈະມິກິດຈະການພັກລົດ, ຄ່ຽນຖ່າຍສິນຄ້າ, ເປັຍສູນກາງເຕົ້າໂຮມສິນຄ້າໃນການແພກເຄື່ອງຄືນໃໝ່ ເຊິ່ງຈະສ້າງລາຍຮັບໃນທຸກຂັ້ນ ແລະຈະສ້າງລາຍຮັບອັນມະຫາສານໃຫ້ກັບໂຄງການວຽງຈັນໂລຈິດສະຕິກ ກໍ່ຄືລັດຖະບານ, ວິສາກະກິດ ແລະປະຊາຊົນ ສະນັ້ນແນ່ນອນຈະສ້າງວຽກເຮັດງານທໍາຫຼາຍຂຶ້ນ ເຊິ່ງສາມາດປະກອບສ່ວນພັດທະນາເສດຖະກິດ-ສັງຄົມ.
ທ່າບົກທ່ານາແລ້ງມີຂໍ້ໄດ້ປຽບຢູ່ຫຼາຍດ້ານຄື: ຕັ້ງຢູ່ໃຈກາງຄວາມສະດວກ, ເປັນຈຸດສະຫຼັບພາຫະນະ, ເປັນຈຸດໃຫ້ແກ່ການສ້າງມູນຄ່າເພີ່ມສິນຄ້າທີ່ຈະຜ່ານປະເທດລາວ,ເປັນຈຸດສູນກາງຂະຫຍາຍຕົວເສດຖະກິດຂອງພາກພື້ນ.
ທ່ານ ສາຄອນ ໃຫ້ຮູ້ກ່ຽວກັບການຂົນສົ່ງຜ່ານທາງລົດໄຟວ່າ: ໃນວັນທີ 13-29 ທັນວາ ມີສິນຄ້ານໍາເຂົ້າໂດຍສະເພາະຜ່ານທາງລົດໄຟມີທັງໝົດ 95 ຕູ້ ແລະສົ່ງອອກ 5 ຕູ້. ນອກນັ້ນ, ໃນປັດຈຸບັນລັດຖະບານລາວຍັງກໍາລັງເລັ່ງແກ້ໄຂດ້ານການກວດກາໂຄວິດ-19 ຂອງສິນຄ້າຮ່ວມກັບລັດຖະບານຈີນ ເພື່ອຫາທາງອອກໃຫ້ມີຈຸກວດກາໂຄວິດ-19 ຂອງສິນຄ້າ ຢູ່ປະເທດລາວ ເພື່ອຄວາມສະດວກ ແລະວ່ອງໄວ.
ທີ່ມາ: CRI